ນະຄອນໂຮ່ຈີມິນປາດຖະໜາຢາກຮ່ວມມືກັບສະໂລວາກີໃນຫຼາຍຂົງເຂດ
ທ່ານ ເລຮ່ວາງກວນ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານ
Martin Glavac, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສ.ສະໂລວາກີ
(ພາບ: hochiminhcity.gov.vn)
(vovworld) – ນະຄອນໂຮ່ຈີມິນ ປາດຖະໜາຢາກຮ່ວມມືກັບປະເທດ ສະໂລວາກີໃນ ຫຼາຍຂົງເຂດ, ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ການຕ້ອນຮັບທ່ານ Martin Glavac, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສ.ສະໂລວາກີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນຕອນບ່າຍວັນທີ 11/6. ນະທີ່ນີ້, ທ່ານ ເລຮ່ວາງກວນ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, 2 ປະເທດ ຫວຽດນາມ ແລະ ສະໂລວາກີ ໄດ້ຮັກສາການພົວພັນຮ່ວມມືອັນດີງາມ, ການພົວພັນ 2 ຝ່າຍພວມໄດ້ຮັບການຊຸກຍູ້ເທື່ອລະກ້າວຕາມທິດແທດຈິງ, ມີປະສິດທິຜົນກ່ຽວກັບດ້ານການເມືອງ, ດ້ານເສດຖະກິດ, ພົວພັນປະແລກປ່ຽນວັດທະນະທຳ, ການສຶກສາ…ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ປາດຖະໜາຢາກ ພ້ອມກັບນະຄອນຫຼວງ Bratislava ຂອງ ສະໂລວາກີ ລົງນາມຮ່ວມມືແຮກສ່ຽວ ເພື່ອໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄື: ດ້ານເສດຖະກິດ, ການຄ້າ, ການສຶກສາ - ບຳລຸງສ້າງ, ເໝາະສົມກັບການພົວພັນທາງດ້ານການເມືອງລະຫວ່າງ 2 ປະເທດ.
ສ່ວນທ່ານ Martin Glavac ກໍ່ປາດຖະໜາວ່າ: 2 ປະເທດສືບຕໍ່ມີມາດຕະການ ຕ່າງໆ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງລະຫວ່າງ ສະໂລວາກີ ກັບ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ.