ນະຄອນໂຮ່ຈິມິນປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນອີຕາລີ
ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລຮ່ວາງກວນ ຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດ ອີຕາລີ Pier Ferdinando Casini
(ພາບ: hochiminhcity.gov.vn)
|
(vovworld)- ຕອນບ່າຍວັນທີ 26/3, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລຮ່ວາງກວນ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດ ອີຕາລີ ໂດຍທ່ານ Pier Ferdinando Casini, ສະມາຊິກລັດຖະສະພາສູງ, ຫົວໜ້າກຳມາທິການການຕ່າງປະເທດ ແລະ ອົບພະຍົບ-ສະພາແຫ່ງຊາດ ອີຕາລີ ນຳໜ້າທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຮ່ວາງກວນ ໃຫ້ຮູ້ວ່າ: ຫວຽດນາມ ແລະ ອີຕາລີ ສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1973. ມາຮອດປະຈຸບັນ, ການພົວພັນລະຫວ່າງ 2 ປະເທດໄດ້ຍົກຂຶ້ນສູ່ລະດັບສູງແມ່ນຄູ່ຮ່ວມມືຍຸດທະສາດໃນຫຼາຍຂົງເຂດ. ນະຄອນໂຮ່ຈິມິນ ມີການພົວພັນກັບບັນດາຄູ່ຮ່ວມມືຂອງ ອີຕາລີ ຢ່າງແໜ້ນແຟ້ນ. ທ່ານ ເລຮ່ວາງກວນ ຢືນຢັນວ່າ: ຄວາມສາມາດບົ່ມຊ້ອນພັດທະນາລະຫວ່າງ ນະຄອນໂຮ່ຈິມິນ ແລະ ອີຕາລີ ຍັງຫຼາຍຢູ່, ສະນັ້ນ ນະຄອນໂຮ່ຈິມິນ ປາດຖະໜາຢາກເພີ່ມທະວີຊຸກຍູ້ການພົວພັນດ້ານເສດຖະກິດ, ວັດທະນະທຳ-ສັງຄົມກັບ ອີຕາລີ ໃຫ້ດີກ່ວາອີກ.
ທ່ານ Pier Ferdinando Casini, ຫົວໜ້າກຳມາທິການການຕ່າງປະເທດ ແລະ ອົບພະຍົບ, ສະພາແຫ່ງຊາດ ອີຕາລີ, ໃຫ້ຮູ້ວ່າ: ອີຕາລີ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມສຳພັນລະຫວ່າງບັນດາເຂດ, ທ້ອງຖິ່ນຂອງ ອີຕາລີ ກັບນະຄອນໂຮ່ຈິມິນ ແລະ ຫວຽດນາມ.