ນະຄອນໂຮ່ຈີມິນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ

ນະຄອນໂຮ່ຈີມິນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ - ảnh 1
(ນະຄອນໂຮ່ຈີມິນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງ
ບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/11, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ ​ແລະ ຄະນະ​ກຳມະການ​ສັນຕິພາບ​ນະຄອນ​ໂຮ່ຈີ​ມິນ ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ (17/11/1950-17/11/2015) ​ແລະ 65 ປີ ປີ​ແຫ່ງ​ວັນ​ສ້າງ​ຕັ້ງຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ (19/111950-19/11/2015). ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ນາງ ​ໂຕນ​ນຶ້ທິນິງ, ຮອງ​ປະທານຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ, ປະທານຄະນະ​ກຳມະການ​ສັນຕິພາບ​ນະຄອນ ​ໂຮ່ຈີ​ມິນ ຢືນຢັນ​ວ່າ: ສັນຕິພາບ​ແມ່ນ​ມໍລະດົກ​ລຳ້​ຄ່າ​ທີ່​ສຸດ, ​ໂດຍ​ລຸ້ນກ່ອນ​ “ມອບ​ໃຫ້“ ລຸ້ນປະຈຸ​ບັນ ​ແລະ ​ໃຫ້​ອະນາຄົດ. ຊາວ​ໜຸ່ມ​ຫວຽດນາມ​ເປັນ​ຜູ້​ສືບ​ທອດ, ຮູ້​ເຄົາລົບ​ຄວາມ​ໝາຍ​ຂອງ​ມໍລະດົກ​ສັນຕິພາບ, ຈະ​ສ້າງ​ພະລັງ​ຊີວິດ​ໃໝ່​ໃຫ້​ພື້ນຖານ​ສັນຕິພາບ​ຫວຽດນາມ.

        ສ່ວນ​ທ່ານ ​ເລ​ຮຶງກວ໋ກ, ປະທານສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບນະຄອນ​ໂຮ່ຈີ​ມິນ, ຖື​ວ່າ:

        “ສະພາບ​ການ​ໂລກ​ໃນ​ປະຈຸ​ບັນ​ສັບສົນ ​ແລະ ຂາດ​ສະຖຽນ​ລະ​ພາບ, ດັ່ງ​ນັ້ນ​ວຽກ​ງານພົວພັນ​ຕ່າງປະ​ເທດ​ປະຊາຊົນ​ຕ້ອງ​ໄປ​ກ່ອນ ​ເພື່ອ​ເຊື່ອມ​ຕໍ່​ປະຊາຊົນ​ນຳ​ກັນ. ປະຈຸ​ບັນ​ປະ​ເທດ​ຕ່າງໆ​ມີ​ການ​ພົວພັນ​ກັບສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບຫຼາຍ​ກວ່າ​ເພື່ອ​ເຊື່ອມ​ຕໍ່, ​ແບ່ງປັນ​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ. ຂ້າພະ​ເຈົ້າ​ຖື​ວ່າ​ສິ່ງ​ດັ່ງກ່າວ​ຈະ​ສ້າງ​ທ່ວງທ່າ​ເພື່ອ​ໃຫ້​ເສດຖະກິດ​ພັດທະນາ. “.

ຂ່າວ/ບົດ​ອື່ນ