ນະຄອນໂຮ່ຈີມິນສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ

ນະຄອນໂຮ່ຈີມິນສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ - ảnh 1
ພະນັກງານ​ສະມາຄົມ​ແມ່ຍິງ 85 ຄົນທີ່​ດີ​ເດັ່ນ​ໄດ້ຮັບ​ໃບ​ຍ້ອງຍໍ​
ຈາກ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ
(ພາບອິນເຕີແນັດ)

(vovworld) –  ​​ ​ ຕອນ​ເຊົ້າ​ວັນ​ທີ 19/10, ສະຫະພັນ​ແມ່ຍິງ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​​ວັນ​ສ້າງ​ຕັ້ງ​ສະຫະພັນ​ແມ່ຍິງ ຫວຽດນາມ 20/10 ​ແລະ ຕ້ອນ​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ຂອງ​ປະທານ​ປະ​ເທດ ​ທີ່​ມອບໃຫ້​ກອງ​ທຶນ​ໜູນ​ຊ່ວຍ​ແມ່ຍິງ​ພັດທະນາ​ເສດຖະກິດ. ທ່ານ​ນາງ ​ເຈືອງ​ໝີ​ຮວາ ອະດີດຮອງປະທານ​ປະ​ເທດ ຫວຽດນາມ, ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ ​ເຂົ້າ​ຮ່ວມ​ພິທີ. ບັນດາ​ຜູ້​ແທນ​ໄດ້​ທົບ​ຫວນ​ຄືນ​ມູນ​ເຊື້ອ​ສະຫງ່າ​ລາສີ ​ແລະ ບັນດາ​ການ​ປະກອບສ່ວນ​ຂອງ​ແມ່ຍິງ ຫວຽດນາມ ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

        ​ເນື່ອງ​​ໃນ​ໂອກາດ​ນີ້, ພະນັກງານ​ສະມາຄົມ​ແມ່ຍິງ 85 ຄົນທີ່​ດີ​ເດັ່ນ​ໄດ້ຮັບ​ໃບ​ຍ້ອງຍໍ​ຈາກ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຍ້ອນ​ມີ​ບັນດາ​ການ​ປະກອບສ່ວນຢ່າງ​ຕັ້ງໜ້າ​​ເຂົ້າ​ໃນ​​ການ​ພັດທະນາ​ຂອງ​ນະຄອນ.

ຂ່າວ/ບົດ​ອື່ນ