ນະຄອນໂຮ່ຈິມິນຮັບຫຼຽນໄຊໂຮ່ຈິມິນ
ນະຄອນໂຮ່ຈິມິນຮັບຫຼຽນໄຊໂຮ່ຈິມິນ
(ພາບ: baogiaothong.vn)
(vovworld) – ຕອນເຊົ້າວັນທີ 31/08, ນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ (19/08/1945 – 19/08/2015), ວັນຊາດຫວຽດນາມ ທີ 2 ກັນຍາ (02/09/1945 – 02/09/2015). ເຂົ້າຮ່ວມພິທີມີທ່ານນາງຮອງປະທານປະເທດ ຫງວຽນທິຢວານ; ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ. ກ່າວຄຳເຫັນທີ່ພິທີ, ທ່ານເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຊີ້ແຈ້ງວ່າ.
“ເພື່ອສະເຫຼີມສະຫຼອງ 70 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາຂອງປະເທດ ສສ.ຫວຽດນາມ ຢ່າງແທດຈິງ, ພະນັກງານ, ສະມາຊິກພັກແຕ່ລະຄົນ ກໍຄືປະຊາຊົນທຸກໆຄົນຂອງນະຄອນໂຮ່ຈິມິນ ໝັ້ນໝາຍວ່າ ຈະອອກແຮງສ້າງສາ, ປົກປັກຮັກສາ ແລະ ພັດທະນານະຄອນ ໃຫ້ກາຍເປັນນະຄອນສີວິໄລ, ທັນສະໄໝ. ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາລັດທິສັງຄົມນິຍົມ, ປະຕິບັດຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລຢ່າງມີໄຊ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງ”.
ເນື່ອງໂອກາດນີ້, ນະຄອນໂຮ່ຈິມິນ ເປັນກຽດໄດ້ຮັບຫຼຽນໄຊໂຮ່ຈິມິນ.