(VOVWORLD) - ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະສົມທົບກັບບັນດາຄູ່ຮ່ວມມືອົດສະຕາລີ ໃນການຊອກຫາກາລະໂອກາດດ້ານການຄ້າ, ການລົງທຶນ, ການຮ່ວມມືແບ່ງປັນບົດຮຽນປະສົບການໃນການແກ້ໄຂບັນດາສິ່ງທ້າທາຍຂອງນະຄອນໃນວິວັດການພັດທະນາ.
ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນໂຮ່ຈີມິນ ແລະ ທ່ານ David John Hurley ຜູ້ມີອຳນາເຕັມແຫ່ງອົດສະຕາລີ (ພາບ: TTXVN) |
ຕອນບ່າຍວັນທີ 5 ເມສາ, ທີ່ຫໍປະຊຸມໂທ້ງເຍິດ, ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນໂຮ່ຈີມິນ, ໄດ້ໃຫ້ການຕ້ອນຮັບ David John Hurley ຜູ້ມີອຳນາເຕັມແຫ່ງອົດສະຕາລີ ແລະ ພັນລະຍາ ພວມມີການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ. ນະທີ່ນີ້, ທ່ານ ຫງວຽນວັນເນັນ ຫວັງຢາກເພີ່ມທະວີການຮ່ວມມືພ້ອມກັບບັນດາທ້ອງຖິ່ນຂອງ ອົດສະຕາລີ ໃນບັນດາຂົງເຂດຄື: ພັດທະນາຊັບພະຍາກອນທີ່ມີຄຸນນະພາບສູງ, ເສດຖະກິດດີຈີຕອນ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການເງິນ, ຫັນເປັນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, logistics. ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະສົມທົບກັບບັນດາຄູ່ຮ່ວມມືອົດສະຕາລີ ໃນການຊອກຫາກາລະໂອກາດດ້ານການຄ້າ, ການລົງທຶນ, ການຮ່ວມມືແບ່ງປັນບົດຮຽນປະສົບການໃນການແກ້ໄຂບັນດາສິ່ງທ້າທາຍຂອງນະຄອນໃນວິວັດການພັດທະນາ.
ສ່ວນທ່ານ David John Hurley ຢັ້ງຢືນວ່າ ວິວັດການພັດທະນາຂອງນະຄອນໂຮ່ຈີມິນ ແມ່ນໂອກາດທີ່ດີເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ ອົດສະຕາລີ ແລະ ນະຄອນໂຮ່ຈີມິນ. ອົດສະຕາລີ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ, ແບ່ງປັນບົດຮຽນປະສົບການກັບນະຄອນໃນການແກ້ໄຂບັນດາບັນຫາ, ສິ່ງທ້າທາຍໃນວິວັດການພັດທະນາ, ເພື່ອກາຍເປັນສູນເສດຖະກິດຂອງ ຫວຽດນາມ.