ນະຄອນໂຮ່ຈີມິນແລະນະຄອນEmmen(ໂຮນລັງ)ຊຸກຍູ້ການຮ່ວມມືໃນຂົງເຂດlogistic

ນະຄອນໂຮ່ຈີມິນແລະນະຄອນEmmen(ໂຮນລັງ)ຊຸກຍູ້ການຮ່ວມມືໃນຂົງເຂດlogistic - ảnh 1
(ພາບປະກອບ)

(vovworld) –  ​ ນະຄອນ​ ໂຮ່ຈີ​ມິນ ​ແລະ​ ນະຄອນ Emmen (​ໂຮ​ນລັງ) ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ logistic ສິ່ງ​ດັ່ງກ່າວ ​​ໂດຍ​ທ່ານ ​ເຕີ໋ດ​ແທງ​ກາງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ທ່ານ Cees Biji ​ເຈົ້າ​ຄອງ​ນະຄອນ Emmen (​ໂຮ​ນລັງ) ​​ເຫັນ​ດີ​ເປັນ​ເອກະ​ພາບ​ໃນການ​ພົບ​ປະ​ເມື່ອ​ວັນ​ທີ 18/11 ຢູ່​ນະຄອນ ​ໂຮ່ຈີ​ມິນ. ນະ​ທີ່​ນີ້, ທ່ານ ເຕີ໋ດ​ແທງ​ກາງ​ ແຈ້ງ​ໃຫ້​ຊາບວ່າ: ປະຈຸ​ບັນນະ​ຄອນ​ໂຮ່ຈີ​ມິນ ມີ​ຫລາຍ​ໂຄງການ​ຮ່ວມ​ມື​ກັບ ​ໂຮ​ນລັງ ​ໃນ​ບັນດາ​ຂົງ​ເຂດ​ຄື: ການສົ່ງ​ເສີມ​ການ​ຄ້າ, ການສຶກສາບຳລຸງ​ສ້າງ, ພິ​ເສດ​​ແມ່ນໃນ​ຂົງ​ເຂດ​ຄຸ້ມ​ຄອງ​ຕົວ​ເມືອງ. ນະຄອນ​ໂຮ່ຈີ​ມິນ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ນະຄອນ Emmen ດ້ານການ​ສຶກສາ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ກ່ວາ​ອີກ ​ໂດຍ​ຜ່ານ​ການ​ສ້າງ​ຕັ້ງ​ ມະຫາວິທະຍາ​ໄລ    ໂຮ​ນລັງ ​ແຫ່ງ​ໜຶ່ງ ຢູ່​ນະຄອນ​ ​ໂຮ່ຈີ​ມິນ, ພ້ອມ​ກັບ​ບາງ​ຂົງ​ເຂດ​ອື່ນໆ​ຄື: ກະສິກຳ​ເຕັກ​ໂນ​ໂລ​ຢີສູງ, ການທ່ອງທ່ຽວ, ຫັນ​ສະບຽງ​ອາຫານ​ເປັນ​ອຸດສາຫະກຳ, logistic; ຖອດ​ຖອນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ, ອານຸລັກ​ຮັກສາ​ສັດ​ທີ່​ມີ​ຄ່າ ​ແລະ ຫາ​ຍາກ…

        ສ່ວນ​ທ່ານ Cees Biji ​ເຈົ້າ​ຄອງ​ນະຄອນ Emmen ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ ຫວຽ​ດນາມ ຄັ້ງ​ນີ້​ຂອງ​ຄະນະ​ມາ ​ເພື່ອ​ແນ​ໃສ່​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ຝ່າຍ. ​​ໃນ​ໂອກາດ​ນີ້, ມະຫາວິທະຍາ​ໄລ Stenden ​ແລະ ມະຫາວິທະຍາ​ໄວ ​ເສດຖະກິດນະຄອນ ​ໂຮ່ຈີ​ມິນ ກໍ່​ໄດ້ລົງ​ນາມ​​ໃນສັນຍາ​ຮ່ວມ​ມື​​ຄົ້ນຄວ້າ​ບັນດາ​ບັນຫາ logistics, ນຳ​ສິນຄ້າ ຫວຽດນາມ ​ເຂົ້າສູ່ ​ເອີ​ລົບ.

 

ຂ່າວ/ບົດ​ອື່ນ