( vovworld ) – ຕອນຄໍ່າວັນທີ 26/4, ຢູ່ນະຄອນໂຮ່ຈິມິນ, ສະຖານກົງສູນໃຫຍ່ສປປ ລາວ ປະຈຳນະຄອນໄດ້ຈັດການພົບປະສັງສັນເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2555. ການພົບປະໄດ້ດຳເນີນໄປໃນບັນຍາກາດອັນອົບອຸ່ນເຕັມໄປດ້ວຍນ້ຳໃຈມິດຕະພາບດ້ວຍຮີດຄອງປະເພນີຕ່າງໆຂອງບຸນປີໃໝ່ລາວຄື; ສົງພະດ້ວຍນ້ຳດອກມ້ຫອມ, ບາສີສູ່ຂວັນ, ອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ… ກ່າວຄຳເຫັນທີ່ພິທີ, ທ່ານ Nguyen Van Dua, ຮອງເລຂາຜູ້ປະຈຳການຄະນະພັກນະຄອນໂຮ່ຈິມິນ ເວົ້າວ່າ.
“ ນະຄອນໄດ້ ແລະ ພວມມານະພະຍາຍາມພ້ອມກັບບັນດາເພື່ອນລາວ ຊຸກຍູ້ການຮ່ວມມືສອງຝ່າຍ, ໃນນັ້ນມີການພົວພັນແຮກສ່ຽວກັບນະຄອນຫຼວງວຽງຈັນ, ແຂວງຈຳປະສັກ ແລະ ການພົວພັນຮ່ວມມືກັບບັນດາແຂວງຄື; ເຊກອງ, ອັດຕະປື, ສະຫວັນນະເຂດ… ບັນດາການເຄື່ອນໄຫວຮ່ວມມືໄດ້ຮັບການເປີດກວ້າງໃນຂົງເຂດຕ່າງໆຄື; ການເມືອງ, ເສດຖະກິດ ຕະຫຼອດຮອດການສຶກສາ, ວັດທະນະທຳ, ສາທາລະນະສຸກສັງຄົມອີກດ້ວຍ. ພິເສດແມ່ນບັນດາໂຄງການຮ່ວມມືລົງທຶນຢູ່ລາວ ຂອງວິສາຫະກິດນະຄອນຄື; ໂຄງການປູກຕົ້ນຢາງພາລາ, ສ້າງເຂື່ອນໄພຟ້ານ້ຳຕົກ, ໜູນຊ່ວຍດ້ານວັດທະນະທຳສັງຄົມ… ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມລວມຂອງທ້ອງຖິ່ນຕ່າງໆ, ແນໃສ່ຍົກສູງຊີວິດດ້ານວັດຖຸ, ຈິດໃຈຂອງປະຊາຊົນລາວເທື່ອລະກ້າວ, ຜ່ານນັ້ນເຮັດໃຫ້ສາຍພົວພັນຢູ່ຂັ້ນທ້ອງຖິ່ນນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ.”