ນະຄອນ ໂຮ່ຈີມິນ ຍົກສູງກຳລັງຄວາມສາມາດແກ່ງແຍ້ງຫລັງໂຄວິດ-19

(VOVWORLD) -  ນະຄອນໂຮ່ຈີມິນ ຄວນປ່ຽນແປງວິທີບໍລິຫານ, ຄຸ້ມຄອງ, ພິເສດແມ່ນມີບັນດາມາດຕະການໜູນຊ່ວຍວິສາຫະກິດເອກະຊົນໄລຍະຫລັງໂຄວິດ-19, ເພື່ອຍົກສູງກຳລັງຄວາມສາມາດ, ດຶງດູດການລົງທຶນ. ນັ້ນແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ທີ່ໄດ້ເນັ້ນໜັກຢູ່ວາລະປະຊຸມປຶກສາຫາລື ໃນຕອນເຊົ້າວັນທີ 10 ກໍລະກົດ ຂອງກອງປະຊຸມຄັ້ງທີ 20 ສະພາປະຊາຊົນນະຄອນໂຮ່ຈີມິນ ຊຸດທີ 9.
ນະຄອນ ໂຮ່ຈີມິນ ຍົກສູງກຳລັງຄວາມສາມາດແກ່ງແຍ້ງຫລັງໂຄວິດ-19 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

        ຜູ້ແທນຫລາຍທ່ານຖືວ່າ: ເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງນະຄອນ, ຄວນສືບຕໍ່ປະຕິຮູບລະບຽບການບໍລິຫານ, ທີ່ດິນ ແລະ ຄຸ້ມຄອງໜ້າພຽງ, ໜູນຊ່ວຍວິສາຫະກິດສຳຜັດກັບແຫຼ່ງທຶນ.

        ມີຄວາມສົນໃຈຕໍ່ດັດຊະນີ PCI ຂອງນະຄອນ, ຜູ້ແທນຫລາຍທ່ານໄດ້ສະເໜີວ່າ ນະຄອນຄວນຕີລາຄາໄຈ້ແຍກດັດຊະນີ, ປຽບທຽບກັບບັນດາທ້ອງຖິ່ນອື່ນໆ, ຜ່ານນັ້ນ ປັບປຸງຄວາມມານະພະຍາຍາມບໍລິຫານ ກໍ່ຄືແກ້ໄຂບັນດາຂົງເຂດໃຫ້ລະອຽດ, ຕອບສະໜອງຄວາມຕ້ອງການຂອງປະຊາຄົມວິສາຫະກິດ, ວາງເປົ້າໝາຍການພັດທະນາໄລຍະຫລັງໂຄວິດ-19 ເພື່ອດຶງດູດການລົງທຶນຈາກຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ