(ພາບປະກອບ / ອິນເຕີແນັດ)
(vovworld) – ຕາໜາ່ງແມ່ຍິງເລີ່ມທຸລະກິດ ແລະ ດຳເນີນທຸລະກິດ (WISE) ໄດ້ສະເໝີຕົວໃນວັນທີ 08/03 ຢູ່ນະຄອນ ໂຮ່ຈີມິນ, ເພື່ອແນໃສ່ຊຸກຍູ້ບັນດາການກະທຳມອບສິດໃຫ້ແມ່ຍິງໃນການເລີ່ມທຸລະກິດ ແລະ ດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງ. ຕາໜ່າງໄດ້ຮັບການສ້າງຕັ້ງຈາກ 9 ອົງການສະມາຊິກຄື: ໂຄງການຂໍ້ລິເລີ່ມ ເລີ່ມທຸລະກິດ ແລະ ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ໂຄງການຂໍ້ລິເລີ່ມໜູນຊ່ວຍຂົງເຂດພາກເອກະຊົນເຂດແມ່ຂອງ (MBI), ໂຄງການໜູນຊ່ວຍພັດທະນາການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ສະວິດ, ກອງທຶນເລີ່ມທຸລະກິດວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ໂຄງການຄູ່ຮ່ວມມືປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ ຫວຽດນາມ - ແຟງລັງ…ທ່ານນາງ ຕືທູຮ່ຽນ ຜູ້ອຳນວຍການໂຄງການຂໍ້ລິເລີ່ມໜູນຊ່ວຍຂົງເຂດພາກເອກະຊົນເຂດແມ່ຂອງ, ສະມາຊິກສ້າງຕັ້ງຕາໜ່າງແມ່ຍິງເລີ່ມທຸລະກິດ ແລະ ດຳເນີນທຸລະກິດ ໃຫ້ຮູ້ວ່າ:
“ທຳອິດ ພວກຂ້າພະເຈົ້າ ຈະສະໜອງຄວາມຮູ້ໃຫ້ແກ່ບັນດາແມ່ຍິງເລີ່ມທຸລະກິດ. ພວກຂ້າພະເຈົ້າຈະສ້າງບັນດາເຫດການ, ກາລະໂອກາດ ເພື່ອເຊື່ອມຕໍ່ບັນດາແມ່ຍິງທີ່ມີແນວຄວາມຄິດຢາກເລີ່ມທຸລະກິດກັບບັນດາຜູ້ທີ່ມີຄວາມສົນໃຈເຖິງການເລີ່ມທຸລະກິດ ແລະ ແນະນຳແນວຄວາມຄິດເລີ່ມທຸລະກິດກັບບັນດານັກລົງທຶນ”.