ນະຄອນ ໂຮ່ຈີມິນ: ເກືອບ 7000 ຫົວໜ່ວຍ, ບຸກຄົນໜູນຊ່ວຍຕ້ານໂຄວິດ-19

(VOVWORLD) - ຕາມຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລ້ວ, ໄລ່ຮອດຕອນບ່າຍວັນທີ 04 ພຶດສະພາ, ຄະນະຂົນຂວາຍກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງນະຄອນ ໂຮ່ຈີມິນ

 ໄດ້ຮັບເງິນກ່ວາ 6,5 ລ້ານ USD ຈາກ 6.756 ຫົວໜ່ວຍ, ບຸກຄົນທີ່ສະໜັບສະໜູນວຽກງານປ້ອງກັນ, ສະກັດກັ້ນໂຄວິດ-19 ແລະ ເກືອບ 1 ລ້ານ USD ໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຍ້ອນໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ.

ນະຄອນ ໂຮ່ຈີມິນ: ເກືອບ 7000 ຫົວໜ່ວຍ, ບຸກຄົນໜູນຊ່ວຍຕ້ານໂຄວິດ-19 - ảnh 1 ເກືອບ 7000 ຫົວໜ່ວຍ, ບຸກຄົນໜູນຊ່ວຍຕ້ານໂຄວິດ-19 (ພາບ: TTXVN)

ບັ້ນຂົນຂວາຍຊາວນະຄອນ ໂຮ່ຈີມິນ ໜູນຊ່ວຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ໜູນຊ່ວຍພໍ່ແມ່ປະຊາຊົນຖືກໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ ໂດຍຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ປະຕິບັດນັບແຕ່ວັນທີ 20 ມີນາ, ເຊິ່ງໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຈາກບັນດາອົງການ, ຫົວໜ່ວຍ, ວິສາຫະກິດ, ອົງການຈັດຕັ້ງມະຫາຊົນ, ອົງການສາສະໜາ ແລະ ປະຊາຊົນນະຄອນໂຮ່ຈີມິນ ເປັນຈຳນວນຫລວງຫລາຍ.

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ