ການປະຊຸມຂ່າວກ່ຽວກັບລາຍການ“ຮ່ວມເດີນທາງກັບຜູ້ປະສົບເຄາະ
ຮ້າຍຈາກທາດພິດສີສົ້ມ
ພາບ:congly.com.vn
|
(vovworld) - ຕອນເຊົ້າວັນທີ 26/5, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນະຄອນ Da Nang ໄດ້ຈັດລາຍການ “ຮ່ວມເດີນທາງກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ຂຶ້ນ. ທ່ານນາງ Nguyen Thi Hien ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນະຄອນ Da Nang ໃຫ້ຮູ້ວ່າ:
“ລາຍການຮ່ວມເດີນທາງກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແມ່ນຮຽກຮ້ອງໃຫ້ບັນດາອົງການ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ຍາມໃດກໍຮ່ວມເດີນທາງ, ສະຫນັບສະຫນູນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ເພື່ອລ້ຽງດູ, ເບິ່ງແຍງພວກນ້ອງຢູ່ ສູນ 3 ແຫ່ງ ແລະ ຫນູນຊ່ວຍຜູ້ປະສົບເຄາະຮ້າຍກວ່າ 5 ພັນຄົນເພື່ອໃຫ້ເຂົາເຈົ້າບືນຕົວຂຶ້ນເຊື່ອມຕົວເຂົ້າກັບວົງຄະນາຍາດ.”