ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື ໃນ
ລາຍການ “ປະຊາຊົນຖາມ, ລັດຖະມົນຕີຕອບ”
(ພາບ:vtv) |
(vovworld) – ນະໂຍບາຍຊົນເຜົ່າຕ້ອງຄົບຊຸດກ່ວາ, ໜູນຊ່ວຍປະຊາຊົນຊົນເຜົ່າຫຼາຍກ່ວາ - ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື ຢັ້ງຢືນຄືດັ່ງກ່າວໃນລາຍການ “ປະຊາຊົນຖາມ, ລັດຖະມົນຕີຕອບ” ເມື່ອວັນທີ 7/6. ຕາມທ່ານ ຢ່າງແຊວຝືແລ້ວ, ໃນຊຸມປີຜ່ານມາ, ພັກ, ລັດ ແລະ ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍໃຫ້ແກ່ເຂດຊົນເຜົ່າ, ພູດອຍ, ລະບົບນະໂຍບາຍນັບມື້ນັບຮອບດ້ານ ແລະ ຄົບຊຸດ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຫລຸດຜ່ອນອັດຕາຄອບຄົວທຸກຍາກ, ປັບປຸງ ແລະ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຊົນເຜົ່າເຂດພູດອຍເທື່ອລະກ້າວ. ເຖິງຢ່າງໃດກໍ່ຕາມ, ໃນ ປີນີ້, ບາງນະໂຍບາຍບຸລິມະສິດຂອງລັດຖະບານທີ່ສະຫງວນໃຫ້ປະຊາຊົນຊົນເຜົ່າສ່ວນໜ້ອຍຈະໝົດຜົນສັກສິດ, ດັ່ງນັ້ນຄະນະກຳມະການຊົນເຜົ່າມີໃບສະເໜີຕໍ່ລັດຖະບານຈະມີນະໂຍບາຍໄລຍະເປັນກາງ, ບໍ່ແມ່ນຕາມອາຍຸການຄືປະຈຸບັນ. ກ່ຽວກັບເລື່ອງຜັນຂະຫຍາຍບັນດານະໂຍບາຍຊົນເຜົ່າໃນປີ 2015 ແລະ ໄລຍະຈະມາເຖິງ, ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື, ເນັ້ນໜັກວ່າ:
“ໄລຍະຈະມາເຖິງ, ຕ້ອງມີຄວາມເອົາໃຈໃສ່ພິເສດກ່ຽວກັບແຫຼ່ງກຳລັງຫັນປ່ຽນການໜູນຊ່ວຍຕັ້ງໜ້າສົ່ງເສີມໃຫ້ກູ້ຢືມທຶນສຳລັບເຂດຊົນເຜົ່າ, ນະໂຍບາຍທັງໝົດຕ້ອງເພີ່ມຈຳນວນເງິນໃຫ້ກູ້ຢືມ, ສ່ວນບັນດານະໂຍບາຍຍັງມີຜົນສັກສິດນັ້ນຕ້ອງໂຮມເປັນຂໍ້ຕົກລົງລວມຂອງລັດຖະບານ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຫລຸດຜ່ອນຄວາມທຸກຍາກ. ແລະ ບັນດາກະຊວງ, ຂະແໜງການທ້ອງຖິ່ນເມື່ອມີນະໂຍບາຍ ແລະ ແຫຼ່ງກຳລັງແລ້ວຕ້ອງຜັນຂະຫຍາຍຢ່າງວ່ອງໄວ ແລະ ຫລຸດຜ່ອນບັນດາລະບຽບການທີ່ກໍ່ຄວາມຫຍຸ້ງຍາກ ແລະ ເພີ່ມທະວີການປ່ອຍເງິນໃຫ້ປະຊາຊົນຊົນເຜົ່າເຂດພູດອຍ.”