ສູນເຕັກໂນໂລຊີອຸດສາຫະກຳ ຫວຽດນາມ - ສ.ເກົາຫລີ
(ພາບປະກອບ)
(vovworld) - ຫວ່າງແລ້ວນີ້ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕົກລົງປະຕິບັດທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນາສູນເຕັກໂນໂລຊີອຸດສາຫະກຳ ຫວຽດນາມ - ສ.ເກົາຫລີ ຢູ່ນະຄອນ ເກີນເທີ. ໂຄງການນີ້ ໂດຍລັດຖະບານ ສ.ເກົາຫລີ ຊ່ວຍເຫຼືອລ້າຢູ່ເຂດອຸດສາຫະກຳ ໂອມົນ, ນະຄອນ ເກີນເທີ; ໄດ້ຮັບອະນຸຍາດຈາກນາຍົກລັດຖະມົນຕີ ໃຫ້ເພີ່ມເຕີມເຂົ້າໃນແຜນພັດທະນາບັນດາເຂດອຸດສາຫະກຳຢູ່ ຫວຽດນາມ ດ້ວຍເນື້ອທີ່ 200 Ha; ມາຮອດປະຈຸບັນການກໍ່ສ້າງໄດ້ສຳເລັດໂດຍພື້ນຖານ ກົນໄກນະໂຍບາຍພິເສດສະເພາະພັດທະນາສູນດັ່ງກ່າວລວມມີ: ການໃຫ້ບຸລິມະສິດໃຫ້ສູນ; ໃຫ້ບຸລິມະສິດແກ່ວິສາຫະກິດເຕັກໂນໂລຊີຢູ່ສູນ; ໃຫ້ບຸລິມະສິດແກ່ໂຄງການລົງທຶນ; ໜູນຊ່ວຍພັດທະນາຕະຫລາດ. ວິສາຫະກິດເຕັກໂນໂລຊີຢູ່ສູນຈະໄດ້ຮັບການບຸລິມະສິດກ່ຽວກັບພາສີອາກອນນຳເຂົ້າ; ອາກອນລາຍຮັບວິສາຫະກິດ; ອາກອນມູນຄ່າເພີ່ມ…ນອກຈາກນັ້ນວິສາຫະກິດຍັງໄດ້ຮັບການໜູນຊ່ວຍຄົ້ນຄວ້າວິທະຍາສາດພັດທະນາເຕັກໂນໂລຊີ ແລະ ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດອີກດ້ວຍ.