ນະໂຍບາຍສິນເຊື່ອປະກອບສ່ວນແກ້ ໄຂຄວາມຫຍຸ້ງຍາກ ໃຫ້ແກ່ບັນດາວິສາ ຫະກິດ
ການໂອ້ລົມສົນທະນາ ກ່ຽວກັບນະໂຍບາຍສິນເຊື່ອແກ້ໄຂຄວາມຫຍຸ້ງຍາກ
(ພາບ: P.H)
(vovworld) – “ນະໂຍບາຍສິນເຊື່ອຂອງບັນດາທະນາຄານພວມດຳເນີນຢ່າງໄປຖືກທິດ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດເວົ້າສະເພາະ ແລະ ພື້ນຖານເສດຖະກິດເວົ້າລວມເທື່ອລະກ້າວ”. ນີ້ແມ່ນຂໍ້ສັງເກດທີ່ການໂອ້ລົມສົນທະນາ ກ່ຽວກັບນະໂຍບາຍສິນເຊື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດພັດທະນາ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 16/8 ຢູ່ ຮ່າໂນ້ຍ. ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ມີຫຼາຍຄຳເຫັນໃນການໂອ້ລົມສົນທະນາໃຫ້ຮູ້ວ່າ: ສິ່ງສຳຄັນແມ່ນບັນດາວິສາຫະກິດຕ້ອງໂປ່ງໃສດ້ານການເງິນ, ຍ້ອນວ່າ: ຄວາມໂປ່ງໃສໃນດ້ານການເງິນ ຈະຊ່ວຍໃຫ້ການນຳໃຊ້ແຫຼ່ງກຳລັງມີປະສິດທິຜົນກ່ວາ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ຄວາມສ່ຽງໃຫ້ທັງວິສາຫະກິດ ແລະ ທະນາຄານ. ທ່ານ Nguyen Van Hoan, ຮອງຜູ້ອຳນວຍການໃຫຍ່ທະນາຄານຫຸ້ນສ່ວນການຄ້າ Dai Duong ໃຫ້ຮູ້ວ່າ: ດ້ວຍບັນດາໂຄງການທີ່ມີຄວາມສາມາດເປັນໄປໄດ້ສູງ, ວິທີດຳເນີນທຸລະກິດດີ ແມ່ນຈະໄດ້ຊົມໃຊ້ດອກເບ້ຍກູ້ຢືມແຕ່ 15% - 16%/ ປີ. ແຕ່ເຖິງຢ່າງໃດກໍຕາມ, ພ້ອມກັບບັນດານະໂຍບາຍໜູນຊ່ວຍແກ້ໄຂຄວາມຫຍຸ້ງຍາກ, ຊ່ວຍໃຫ້ວິສາຫະກິດຈຳໜ່າຍສິນຄ້າ, ບັນດາວິສາຫະກິດກໍຕ້ອງມີມາດຕະການລະອຽດເພື່ອຫຼີກລ້ຽງຄວາມສ່ຽງ.