ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen
ພາບ:baomoi.com
|
(vovworld)- ວັນທີ 4/3, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ຍົກອອກຄຳກ່າວເຕືອນ ທຳລາຍທຸກກົນອຸບາຍໂຄ່ນລົ້ມລັດຖະບານ ທີ່ກອງປະຊຸມປະຈຳປີຂອງກະຊວງປ້ອງກັນປະເທດ. ຕາມທ່ານ Hun Sen ແລ້ວ, ກຳປູເຈຍ ໄດ້ພົບເຫັນກົນອຸບາຍໂຄ່ນລົ້ມລັດຖະບານ ຜ່ານບັນດາການແຫ່ຂະບວນປະທ້ວງຕາມຖະຫນົນ ໂດຍພັກກູ້ຊາດ ກຳປູເຈຍ (CNRP) ຝ່າຍຄ້ານປະຕິບັດໃນ 10 ເດືອນລຽນຕິດ ເພື່ອປະຕິເສດສະພາແຫ່ງຊາດ ພາຍຫລັງການເລືອກຕັ້ງປີ 2013. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຕີລາຄາສູງ ບັນດາກຳລັງປະກອບອາວຸດ ໄດ້ມີການກະທຳເພື່ອປົກປັກຮັກສາລັດຖະທຳມະນູນ, ປະເທດຊາດ, ສາດສະຫນາ, ກະສັດ ແລະ ລັດຖະບານ ຖືກຕ້ອງກັບກົດໝາຍ ໃນຊ່ວງເວລານັ້ນ. ທ່ານ Hun Sen ຖືວ່າ: ບັນດາການເຄື່ອນໄຫວແຫ່ຂະບວນປະທ້ວງມີທ່າອ່ຽງຫລຸດລົງ ແຕ່ບໍ່ທັນຢຸດຕິເທື່ອ. ສະນັ້ນ ຄວນຕິດຕາມກວດກາຢ່າງແຫນ້ນແຟ້ນບັນດາກຳລັງພວມຊຸກຍູ້ການເຄື່ອນໄຫວດັ່ງກ່າວ.