ນາຍົກລັດຖະມົນຕີກຳປູເຈຍຢ້ຽມຢາມຝລັ່ງຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen
ແລະ ທ່ານປະທານາທິບໍດີຝລັ່ງ Francois Hollande
(ພາບ: AFP)
(vovworld) – ວັນທີ 26/10, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ເລີ່ມຕົ້ນການຢ້ຽມຢາມຝລັ່ງ ເປັນເວລາ 2 ວັນ, ຕາມຄຳເຊີນຂອງທ່ານປະທານາທິບໍດີຝລັ່ງ Francois Hollande ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມື 2 ຝ່າຍ. ທີ່ການເຈລະຈາໃນຕອນບ່າຍວັນທີ 26/10, ຢູ່ວັງ Elysee, ທ່ານປະທານາທິບໍດີຝລັ່ງ ເນັ້ນໜັກວ່າ, ຝລັ່ງ ຢາກຮ່ວມເດີນທາງພ້ອມກັບກຳປູເຈຍ ໃນການພັດທະນາ. ສ່ວນທ່ານນາຍົກລັດຖະມົນຕີ Hun Sen ປາດຖະໜາ ຢາກເພີ່ມທະວີການພົວພັນຮ່ວມມືມິດຕະພາບ ແລະ ຮ່ວມມືລະຫວ່າງ 2 ປະເທດ, ກໍຄືດຶງດູດບັດດານັກລົງທຶນ ແລະ ບໍລິສັດຝລັ່ງ ເຂົ້າມາລົງທຶນຢູ່ກຳປູເຈຍ. ຕາມແຜນການ, ທ່ານນາຍົກລັດຖະມົນຕີ Hun Sen ຍັງມີການພົບປະກັບລັດຖະມົນຕີການຕ່າງປະເທດຝລັ່ງ, ເຂົ້າຮ່ວມພິທີລົງນາມເອກະສານຮ່ວມມື 6 ສະບັບລະຫວ່າງ 2 ລັດຖະບານກ່ຽວກັບເລື່ອງ ພາຕົວ, ການສຶກສາ - ກໍ່ສ້າງ, ຄົມມະນາຄົມ…