ນາຍົກລັດຖະມົນຕີກຳປູເຈຍສະໜັບສະໜູນເລື່ອງຈັບຕົວສະມາຊິກສະພາແຫ່ງຊາດເສກສັ້ນປັ້ນແຕ່ງສັນຍາຊາຍແດນກັບຫວຽດນາມ
ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen
(ພາບປະກອບ)
(vovworld) – ວັນທີ 08/09, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ຢືນຢັນວ່າ, ເລື່ອງຈັບຕົວສະມາຊິກສະພາແຫ່ງຊາດພັກຝ່າຍຄ້ານ Hong Sok Hour, ແມ່ນເພື່ອແນໃສ່ສະກັດກັ້ນສະພາບການວຸ່ນວາຍໃນສັງຄົມ ເມື່ອທ່ານ Hong Sok Hour ໄດ້ລົງເສກສັ້ນປັ້ນແຕ່ງເອກະສານ ສັນຍາຊາຍແດນກັບຫວຽດນາມ ໃນສື່ສັງຄົມ Facebook ໃນເດືອນກ່ອນ. ໃນເທບວີດີໂອ ທີ່ໄດ້ອອກອາກາດທາງໂທລະພາບແຫ່ງຊາດກຳປູເຈຍ (TVK), ທ່ານນາຍົກລັດຖະມົນຕີ Hun Sen ຖືວ່າ, ທຸກກົນອຸບາຍຂອງທ່ານ Hong Sok Hour ແມ່ນເພື່ອແນໃສ່ກຳນົດທິດຫາງສຽງຢ່າງຜິດພາດ ເພື່ອສະແຫວງຫາຜົນປະໂຫຍດການເມືອງ. ທ່ານນາຍົກລັດຖະມົນຕີ Hun Sen ກໍຖະແຫຼງວ່າ, ລັດຖະບານກຳປູເຈຍ ພວມຕາລ່າບັນດາຜູ້ສົມຮູ້ຮ່ວມຄິດກັບທ່ານ Hong Sok Hour ທີ່ໄດ້ໜີໄປໄທ, ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ນີ້ ກັບເມື່ອ ພະນົມເປັນ ເພື່ອຂຶ້ນສານດຳເນີນຄະດີ.