ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ຊຸກ​ຍູ້​ການ​ປະ​ຕິ​ບັດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ 5 ຂໍ້​ຂອງ ອາ​ຊຽນ ກ່ຽວ​ກັບ ມຽນ​ມາ

(VOVWORLD) - ທ່ານນາຍົກລັດຖະມົນຕີ Hun Sen ໄດ້ເນັ້ນໜັກເຖິງຄວາມສຳຄັນ ຕ້ອງຫຼີກເວັ້ນການນຳໃຊ້ກຳລັງປະກອບອາວຸດເກີນຂອບເຂດ ໃນການຮັກສາກົດໝາຍ ແລະ ຂໍ້ກຳນົດຢູ່ມຽນມາ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ຊຸກ​ຍູ້​ການ​ປະ​ຕິ​ບັດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ 5 ຂໍ້​ຂອງ ອາ​ຊຽນ ກ່ຽວ​ກັບ ມຽນ​ມາ - ảnh 1

 ທ່ານ Samdech Techo Hun Sen ແລະ ທ່ານ Min Aung Hlaing (ພາບ: Khmer Times)

   ວັນທີ 2 ພຶດສະພາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ໂອ້ລົມທາງໂທລະສັບກັບທ່ານຈອມພົນ Min Aung Hlaing ປະທານສະພາບໍລິຫານແຫ່ງລັດມຽນມາ, ໃນນັ້ນ ໄດ້ແລກປ່ຽນທັດສະນະກ່ຽວກັບວິທີການໜູນຊ່ວຍການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້ຂອງ ອາຊຽນ ກ່ຽວກັບສະພາບການມຽນມາ. ໃນການໂອ້ລົມທາງໂທລະສັບ, ອີກເທື່ອໜຶ່ງ, ທ່ານ Hun Sen ໄດ້ຍົກອອກຄວາມສຳຄັນ ຂອງເລື່ອງອະນຸຍາດໃຫ້ທູດພິເສດຂອງປະທານ ອາຊຽນ ພົບປະກັບຝ່າຍຕ່າງໆທີ່ກ່ຽວຂ້ອງຢູ່ມຽນມາ, ໃນນັ້ນ ມີອະດີດການນຳ Aung San Suu Kyi ແລະ ອະດີດປະທານາທິບໍດີ Win Myint ເພື່ອແນໃສ່ສ້າງສະພາບແວດລ້ອມອຳນວຍຄວາມສະດວກ ເພື່ອເລີ່ມການເຈລະຈາການເມືອງຮອບດ້ານຢູ່ປະເທດນີ້. ທ່ານນາຍົກລັດຖະມົນຕີ Hun Sen ໄດ້ເນັ້ນໜັກເຖິງຄວາມສຳຄັນ ຕ້ອງຫຼີກເວັ້ນການນຳໃຊ້ກຳລັງປະກອບອາວຸດເກີນຂອບເຂດ ໃນການຮັກສາກົດໝາຍ ແລະ ຂໍ້ກຳນົດຢູ່ມຽນມາ. ທ່ານຍັງສະເໜີໃຫ້ Naypyidaw ຈົ່ງສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາອີກ ເພື່ອການເຄື່ອນໄຫວໜູນຊ່ວຍມະນຸດສະທຳໄດ້ປະຕິບັດຢ່າງມີປະສິດທິຜົນ ແລະ ຖືກຈຸດເວລາ, ພິເສດແມ່ນຢູ່ໃນບັນດາສະຖານທີ່ເກີດການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ