ພິທີສະເຫຼີມສະຫຼອງ 36 ປີແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດ ຂະແມແດງ
(ພາບ: Xuân KhuVietnam+)
|
(vovworld) – ວັນທີ 6/1, ກ່ອນດຳເນີນພິທີສະເຫຼີມສະຫຼອງ 36 ປີແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດ ຂະແມແດງ (7/1/1979-7/1/2015) ໜຶ່ງວັນ, ທ່ານນາຍົກລັດຖະມົນຕີກຳປູເຈຍ HunSen ໄດ້ມີບົດກ່າວຄຳເຫັນຍ້ອງຍໍຊົມເຊີຍໄຊຊະນະອັນຍິ່ງໃຫຍ່ນີ້ ແລະ ຖືວ່າ ບັນດາຜູ້ທີ່ຕ້ານຄືນວັນທີ 7/1 ແມ່ນພັນທະມິດ ຂອງລະບອບດັບສູນເຊື້ອຊາດ ຂະແມແດງ. ທ່ານນາຍົກລັດຖະມົນຕີກຳປູເຈຍ HunSen ຢືນຢັນວ່າ: ເຫດການ 7/1/1979 ແມ່ນສັດຈະທຳປະຫວັດສາດເຊິ່ງບໍ່ອາດຫຼົງລືມໄດ້ ຍ້ອນວ່ານັ້ນແມ່ນວັນທີ່ທົ່ວປວງຊົນກຳປູເຈຍ ລຸກຮຶ້ຂຶ້ນຕ້ານຄືນລະບອບ ຂະແມແດງ. ທ່ານນາຍົກລັດຖະມົນຕີກຳປູເຈຍ HunSen ເນັ້ນໜັກວ່າ: ຖ້າບໍ່ມີວັນທີ 7/1/1979 ຊາວກຳປູເຈຍ ຈະບໍ່ມີຊີວິດຄືໃນ ປະຈຸບັນ.
ກ່ອນໜ້ານັ້ນ, ວັນທີ 3/1, ຢູ່ແຂວງ Svay Rieng , ໄດ້ດຳເນີນພິທີສະເຫຼີມສະຫຼອງ 36 ແຫ່ງວັນໄຊຊະນະລະບອບຂະແມແດງ ດ້ວຍການເຂົ້າຮ່ວມຂອງນາຍພົນ, ນາຍທະຫານລາຊະວົງກຳປູເຈຍ ເປັນຈຳນວນຫຼວງຫຼາຍ, ພ້ອມກັບຄູອາຈານ, ນັກຮຽນ ແລະ ປະຊາຊົນທ້ອງຖິ່ນກ່ວາ 1.000 ຄົນ. ທີ່ພິທີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດກຳປູເຈຍ Meang Samphon ເນັ້ນໜັກວ່າ: ນີ້ແມ່ນວັນບຸນໃຫຍ່ຂອງຊາວກຳປູເຈຍ ທົ່ວປວງຊົນ ເພື່ອຂຳ່ນັບຮັບຕ້ອນ 36 ປີ ແຫ່ງວັນໄຊຊະນະປະຫວັດສາດ, ໂຄ່ນລົ້ມລະບອບດັບສູນເຊື້ອຊາດ Polpot, ສ້າງຊີວິດໃຫ້ແກ່ປະຊາຊົນກຳປູເຈຍ. ທ່ານ Meang Samphon ເນັ້ນໜັກວ່າ: ກຳປູເຈຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນໄຊຊະນະລະບອບດັບສູນເຊື້ອຊາດ ຂະແມແດງ ດ້ວຍຄວາມເຄົາລົບ ແລະ ຮູ້ບຸນຄຸນບັນດາວິລະຊົນ, ນັກຮົບ, ບັນດາຜູ້ຮັກຊາດທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ບັນດານັກຮົບອາສາສະໝັກຫວຽດນາມ ທີ່ໄດ້ຕໍ່ສູ້ດ້ວຍນ້ຳໃຈອົງອາດ, ພິລະອາດຫານ ເພື່ອປົດປ່ອຍປະເທດກຳປູເຈຍ ໃຫ້ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ, ປົກປັກຮັກສາ ແລະ ນຳມາເຊິ່ງຊີວິດທີ່ສະຫງົບສຸກໃຫ້ແກ່ປະຊາຊົນກຳປູເຈຍ.