ນາຍົກລັດຖະມົນຕີຈີນຫຼີເຄີຊຽນ:ອຳນາດການປົກຄອງຮົງກົງອາດສາມາດຮັບປະກັນຄວາມປອດໄພ

ນາຍົກລັດຖະມົນຕີຈີນຫຼີເຄີຊຽນ:ອຳນາດການປົກຄອງຮົງກົງອາດສາມາດຮັບປະກັນຄວາມປອດໄພ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ເຄີ​ຊຽນ ແລະ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel
(ພາບ: AFP/TTXVN)

(vovworld) – ​​​​​ວັນ​ທີ 10/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ເຄີ​ຊຽນ ຢັ້ງ​ຢືນ​ວ່າ: ເຂດ​ບໍ​ລິ​ຫານ​ພິ​ເສດ ຮົງ​ກົງ (ຈີນ) ອາດ​ສາ​ມາ​ດ​ຮັບ​ປະ​ກັນ​ສູນ​ການ​ເງິນ​ສາ​ກົນ​ແມ່​ນ​ບ່ອນ​ປອດ​ໄພ​ບໍ່​ພຽງ​ແຕ່​ສຳ​ລັບ​ປະ​ຊ​າ​ຊົນ​ຢູ່​ທີ່ນີ້​ເທົ່າ​ນັ້ນ ຫາກ​ຍັງ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ອີກ​ດ້ວຍ. ກ່າວ​ຄຳ​ເຫັນທີ່​ການ​ປະ​ຊຸມ​ຂ່າວ​ກັບ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ພາຍຫຼັງ​ສິ້ນ​ສຸດ​ຮອບ​ທີ 3 ການ​ທາບ​ທາມ​ຄວາ​ມ​ເຫັນ​ລວມ​ລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດຢູ່ ແບກ​ລີນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ເຄີ​ຊຽນ ໃຫ້​ຮູ້​ວ່າ: ອຳ​ນາດ​ການ​ປົກ​ຄອງ ຮົງ​ກົງ ອາ​ດ​ສ​າ​ມາດ​ຮັກ​ສາ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ດ້ານ​ເສດ​ຖະ​ກິດ ກໍ່​ຄື​ຄວາມ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ​ເໝາະ​ສົມ​ກັບ​ກົດ​ໝາຍ, ພ້ອມ​ທັງ​ຮັບ​ປະ​ກັນ​ບ​ັນ​ດາ​ສິດ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ນັກ​ລົງ​ທຶນ ເຢຍ​ລະ​ມັນ ກໍ່​ຄື​ບັນ​ດາ​ນັກ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ. ທ່ານ ຢັ້ງ​ຢ​ືນຫຼັກ​ການ “ປະ​ເທດ​ໜຶ່ງ, ສອງລະ​ບອບ” ຈະ​ບໍ່​ປ່ຽນ​ແປງ, ຮົງ​ກົງ​ວັດ​ທະ​ນາ​ຖາ​ວອນ ແລະ ສະ​ຖຽ​ນ​ລະ​ພາບ​ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ ຈີນ ແລະ ຮົງ​ກົງ. ທ່ານ​ກ່າວ​ເຕືອນ​ບັນ​ດາ​ກຳ​ລັງ​ພາຍນອກບໍ່​ຄວນ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ຂອງ ຮົງ​ກົງ, ພ້ອມ​ທັງ​ເນັ້ນ​ໜັກ​ວ່ານັ້ນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ ຈີນ.

ຂ່າວ/ບົດ​ອື່ນ