ນາຍົກລັດຖະມົນຕີຍີ່ປຸ່ນປາດຖະໜາຢາກຮັກສາການເຈະລະຈາກັບຈີນ

ນາຍົກລັດຖະມົນຕີຍີ່ປຸ່ນປາດຖະໜາຢາກຮັກສາການເຈະລະຈາກັບຈີນ - ảnh 1
ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​
​ພົບ​ປະ​ກັບ​ທ່ານ ຢາງເຈຍຊື້ ກຳມະການໃນຄະນະລັດຖະບານຈີນ
(ພາບ: AFP/TTXVN)


(vovworld) – ວັນ​ທີ 14/10, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ຢາງເຈຍຊື້ ກຳມະການໃນຄະນະລັດຖະບານຈີນ, ​ໃນ​ສະພາບ​ທີ່ 2 ປະ​ເທດພວມ​ມຊຸກ​ຍູ້​ດຳ​ເນີນການ​ພົບ​ປະຂັ້ນ​ສຸດ​ຍອດ 3 ຝ່າຍ​ກັບສ.​ເກົາຫຼີ, ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ທ້າຍ​ເດືອນ 10 ​ຫຼື ຕົ້ນ​ເດືອນ 11 ຈະ​ມາ​ເຖິງ. ທ່ານ Abe ສະ​ແດງ​ຄວາມ​ຫວັງ​ວ່າ, ​ກອງ​ປະຊຸມ​ຈະ​ມາ​ເຖິງ ຈະ​ບັນລຸ​ໄດ້ໝາກຜົນ​ເຊິ່ງ​ຮັບຮອງ​ເອົາ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ 3 ປະ​ເທດ. ທີ່​ການ​ພົບ​ປະຢູ່​ນະຄ​ອນຫຼວງ​ໂຕ​ກຽວ, ​ເນື່ອງ​​ໃນ​ໂອກາດ​ການ​ຢ້ຽມຢາມ​ຍີ່ປຸ່ນ ຂອງ​ທ່ານ ຢາງເຈຍຊື້ ຢ່າງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນ​ຕີ Abe ຢືນຢັນ​ວ່າ 2 ປະ​ເທດ​ບັນ​ລຸ​ໄດ້​ບັນດາ​ຜົນງານ​ຢ່າງ​ຕັ້ງໜ້າ​ຜ່ານ​ການ​ເຈລະຈາ, ປາດ​ຖະໜາ​ຢາກ​ຮັກສາ​ການ​ເຈລະຈາ ​ແລະ ພົບ​ປະ​ຄັ້ນ​ສູງ… ສ່ວນ​ທ່ານ ຢາງເຈຍຊື້ ​ຮຽກຮ້ອງ​​ໃຫ້​ຍີ່ປຸ່ນ ຈົ່ງ​​ເຄົາລົບ​ບັນດາ​ຫຼັກການ 4 ຂໍ້, ​ແກ້​ໄຂ​ບັນດາ​ບັນຫາ​ສະ​ດຸ​ງ​ໄວ​ຢ່າງ​ສົມ​ເຫດ​ສົມ​ຜົນ.

ຂ່າວ/ບົດ​ອື່ນ