ນາຍົກລັດຖະມົນຕີຢ້ຽມຢາມສູນສົມທົບກັນກູ້ໄພກູ້ຊີບການເດີນທະເລຫວຽດນາມເຂດ2ຢູ່ດ່ານັ້ງ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຢ້ຽມຢາມສູນສົມທົບກັນ
ກູ້ໄພກູ້ຊີບການເດີນທະເລຫວຽດນາມເຂດ 2 ຢູ່ດ່ານັ້ງ)
(vovworld) - ຕອນບ່າຍວັນທີ 31/12, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ໂອ້ລົມກັບພະນັກງານ, ພາລະກອນ, ນັກເຕັກນິກສູນສົມທົບກັນກູ້ໄພກູ້ຊີບການເດີນທະເລຫວຽດນາມ ເຂດ 2 ຢູ່ດ່ານັ້ງ. ນີ້ແມ່ນຮາກຖານກູ້ໄພກູ້ຊີບເຄື່ອນໄຫວຢູ່ທົ່ວເຂດທະເລທາງພາກກາງ ແລະ ນັບທັງເຂດໝູ່ເກາະຮ່ວາງຊາ - ເຈື່ອງຊາ ຂຶ້ນກັບອະທິປະໄຕຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ ແລະ ຍ້ອງຍໍບັນດາຜົນງານຂອງສູນສົມທົບກັນກູ້ໄພກູ້ຊີບການເດີນທະເລຫວຽດນາມ ເຂດ 2, ໂດຍສະເພາະແມ່ນໃນການເຄື່ອນໄຫວກູ້ໄພກູ້ຊີບບົນທະເລ. ທ່ານນາຍົກລັດຖະມົນຕີໄດ້ເຫັນດີກັບຂໍ້ສະເໜີສືບຕໍ່ຄົ້ນຄວ້າ, ຊອກຫາແຫຼ່ງກຳລັງຜັນຂະຫຍາຍຕໍ່ກ່ຳປັ່ນກູ້ໄພກູ້ຊີບລຳໄໝ່ບາງລຳ, ສ້າງເງື່ອນໄຂເພື່ອໃຫ້ໃນໄລຍະຈະມາເຖິງມີບັນດາກ່ຳປັ່ນທີ່ທັນສະໄໝຕື່ມອີກ, ບັນລຸມາດຕະຖານທັນສະໄໝ ມີຄວາມປອດໄພສູງ, ຕອບສະໜອງຄວາມຮຽກຮ້ອງໃນການເຄື່ອນໄຫວກູ້ໄພກູ້ຊີບໃນເຂດ.