ນາຍົກລັດຖະມົນຕີຣູມາເນຍເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີຣູມາເນຍເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຣູມາ​ເນຍ Dacian Ciolos
(ພາບ: AFP/TTXVN)

(vovworld) –​​ ຕອນ​ບ່າຍ​ວັນ​ທີ 11/07 ທ່ານ​ນາຍົກລັດຖະມົນຕີ ຣູມາ​ເນຍ Dacian Ciolos ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຕຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ. ທານ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຣູມາ​ເນຍ ​ເພື່ອ​ແນ​​ໃສ່​ຊຸກຍູ້​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ - ຣູມາ​ເນຍ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການຄ້າ - ການ​ລົງທຶນ, ການສຶກສາ - ບຳລຸງ​ສ້າງ; ວັດທະນະທຳ​ - ການທ່ອງທ່ຽວ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ນ້ຳມັນ​ອາຍ​ແກ​ສ, ພະລັງງານ, ​ເຕັກ​ໂນ​ໂລ​ຢີປ້ອງ​ກັນຊາ​ດ, ​ແຮງ​ງານ, ຮ່ວມ​ມືທ້ອງ​ຖິ່ນ ​ແລະ ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ