ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev
(ພາບ: AFP)
(vovworld) – ໃນວັນທີ 22/11, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ມາຮອດ ກຳປູເຈຍ, ນີ້ແມ່ນປະເທດສຸດທ້າຍໃນການໄປປະຕິບັດງານຢູ່ ອາຊີ ຄັ້ງນີ້ຂອງທ່ານ Dmitry Medvedev. ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ຈະພົບປະເຈລະຈາກັບຄູ່ຕຳແໜ່ງ ກຳປູເຈຍ Hun Sen ແລະ ມີການພົບປະກັບ ກະສັດແຫ່ງລາດຊະອານາຈັກ ກຳປູເຈຍ ພະບໍລົມມະນຽດ Norodom Sihamoni. ຄາດຄະເນວ່າ: ພາຍຫລັງການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານຈະເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 2 ຝ່າຍ 6 ສະບັບ ໃນນັ້ນມີຂໍ້ຕົກລົງຮ່ວມມືລະຫວ່າງພັກປະຊາຊົນ ກຳປູເຈຍ ແລະ ພັກລັດເຊຍເອກະພາບກຳອຳນາດ, ຂໍ້ຕົກລົງກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານຕ້ານການຟອກເງິນ ແລະ ອຸປະຖຳກໍ່ການຮ້າຍ, ຂໍ້ຕົກລົງກ່ຽວກັບການຮ່ວມມືລົງທຶນ 2 ສະບັບ ແລະ ບົດບັນທຶກຊ່ວຍຈຳ 2 ສະບັບລະຫວ່າງສຳນັກຂ່າວສານ ວິທະຍຸກະຈາຍສຽງແຫ່ງຊາດຂອງ ກຳປູເຈຍ ແລະ ສຳນັກຂ່າວສານ ລັກເຊຍ. ການຢ້ຽມຢາມ ກຳປູເຈຍ ເປັນເວລາ 3 ວັນໃນຄັ້ງນີ້ຂອງ ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ເພື່ອແນໃສ່ເພີ່ມທະວີການພົວພັນຮອບດ້ານລະຫວ່າງ 2 ປະເທດ, ໃນນັ້ນສຸມໃສ່ເຂົ້າໃນການເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກນິກການທະຫານ ແລະ ກູ້ຊ່ວຍມະນຸດສະທຳ.