ນາຍົກລັດຖະມົນຕີສະເໜີສ້າງແຜນການພັດທະນາເສດຖະກິດ-ສັງຄົມປີ2015

ນາຍົກລັດຖະມົນຕີສະເໜີສ້າງແຜນການພັດທະນາເສດຖະກິດ-ສັງຄົມປີ2015 - ảnh 1
ພາບປະກອບ

(​vovworld) – ນາຍົກລັດຖະມົນຕີ ຫາ​ກໍ່​ມີ​ຄຳ​ສັ່ງ​ສະເໜີບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ກຸ່ມ​ບໍລິສັດ​ເສດຖະກິດ, ບໍລິສັດ​ໃຫຍ່​ແຫ່​ງລັດ ຜັນ​ຂະຫຍາຍ​ກໍ່ສ້າງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ແຜນ​ງົບປະມານແຫ່ງ​ລັດ​ປີ 2015. ຄຳ​ສັ່ງ​ຊີ້​ແຈ້ງ​ຈຸດໝາຍ​ສັງລວມ​ຂອງ​ແຜນການ​ພັ​ດທະນາ​ເສດຖະກິດ - ສັງຄົມ​ປີ 2015 ​ແມ່ນ​ສືບ​ຕໍ່​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ສຸ້ຊົນ​ບັນລຸ​ລະດັບ​ເຕີບ​ໂຕຍ​ອດຜະລິ​ດຕະພັນ​ພາຍ​ໃນ​ປະ​ເທດ (GDP) ປະມານ 6 – 6,2%, ປະຕິບັດບັນດາຈຸດໝາຍຮັບປະກັນຊີວິດສັງຄົມ, ສະຫວັດດີການສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ, ເປີດກ້ວາງ ແລະ ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາອະທິປະໄຕແຫ່ງຊາດ, ຮັບປະກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ເພີ່ມທະວີກຳລັງ ປະຕິບັດກົດໝາຍບົນທະເລ, ເດັດດ່ຽວຕໍ່ສູ້ປົກປັກຮັກສາອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດ ຢູ່ທະເລຕາເວັນອອກ, ມານະພະຍາຍາມແກ້ໄຂສະພາບ ສັບສົນດ້ວຍມາດຕະການສັນຕິພາບບົນພື້ນຖານ ກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC).

 


ຂ່າວ/ບົດ​ອື່ນ