(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສ.Slovakia Robert Fico ເລີ່ມຕົ້ນຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ Robert Fico ແລະ ໄດ້ຮັບການປະຕິບັດພາຍຫຼັງທ່ານຮັບດຳລົງຕຳແໜ່ງຄືນໃໝ່ໃນເດືອນ 03/2016. ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Robert Fico ຄັ້ງນີ້ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານຫວຽດນາມ - Slovakia; ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງມຶນ, ການສຶກສາ ບຳລຸງສ້າງ; ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.