ນາຍົກລັດຖະມົນຕີຫງວຽນຊວນຟຸກຈະເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນຈີນ

(VOVWORLD) -ວັນທີ 30 ຕຸລາ, ແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດສປ.ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນຈີນ ຄັ້ງທີ 1 ຢູ່ຊຽງໄຮ, ປະເທດຈີນ ໃນລະຫວ່າງວັນທີ 04 – 05 ພະຈິກ.

ນາຍົກລັດຖະມົນຕີຫງວຽນຊວນຟຸກຈະເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນຈີນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບປະກອບ: baotainguyenmoitruong.vn)

ງານຕະຫຼາດນັດນຳເຂົ້າສາກົນຈີນ 2018 (CIIE) ໂດຍກະຊວງການຄ້າຈີນ ຈັດຕັ້ງປະຈຳປີ ແລະ ຈະແມ່ນເຫດການສົ່ງເສີມດ້ານການຄ້າທ່ີສຳຄັນຂອງລັດຖະບານຈີນ, ເພື່ອແນໃສ່ເປົ້າໝາຍເປີດປະຕູຕະຫຼາດອອກສູ່ໂລກ, ສ້າງກາລະໂອກາດໃຫ້ບັນດາປະເທດສຳຜັດກັບຕະຫຼາດກວ້າງໃຫຍ່ຂອງຈີນ, ປະກອບສ່ວນຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງສັ້ນທາງ” ກໍ່ຄືວິວັດທະນາການໂລກາພິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ