ທ່ານ ຫງວຽນຊວນຟຸກ ທະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ ເລຢ້ວນ
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຖິງວັນແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ເລຢ້ວນ (10/7/1986 – 10/7/2016), ວັນທີ 10/7, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນອາໄລຫາທ່ານ ເລຢ້ວນ ໃນເຮືອນສ່ວນຕົວຂອງເພີ່ນ (ຢູ່ຖະໜົນຮ່ວາງຢ້ຽວ, ຮ່າໂນ້ຍ). ທ່ານ ຫງວຽນຊວນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຜົນງານອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ເລຢ້ວນ ຕໍ່ພາລະກິດປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ແລະ ໝັ້ນໝາຍພ້ອມກັບລັດຖະບານຮ່ວມແຮງ, ຮ່ວມໃຈສູ້ຊົນສ້າງສາປະເທດ ຫວຽດນາມ ສັງຄົມນິຍົມໃຫ້ຮັ່ງມີ, ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.
ທ່ານເລຂາທິການໃຫຍ່ ເລຢ້ວນ ເກີດວັນທີ 7/4/1907, ໃນຄອບຄົວແຮງງານທີ່ມີມູນເຊື້ອຮັກຊາດຢູ່ເມືອງ ຈ້ຽວຟອງ, ແຂວງ ກວາງຈີ້. ໃນ 26 ປີດຳລົງຕຳແໜ່ງເປັນເລຂາທິການຜູ້ທີໜຶ່ງ ແລະ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຢ່າງລຽນຕິດ, ເພີ່ນທັງແມ່ນການນຳດ້ານການເມືອງຜູ້ເດັດດຽວ, ນັກຍຸດທະສາດທີ່ດີເດັ່ນ, ນັກຈັດຕັ້ງທີ່ມີຄວາມປິຊາສາມາດ, ທັງເປັນແນວຄິດ, ແມ່ນປັນຍາຊົນໃຫຍ່ຂອງການປະຕິວັດ ຫວຽດນາມ.