ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບນາຍົກລັດຖະມົນຕີ ກຳປູເຈຍ
(ພາບ: VGP/Quang Hiếu)
(vovworld) – ໂດຍສືບຕໍ່ລາຍການເຮັດວຽກຢູ່ Sochi, ສະຫະພັນ ລັດເຊຍ, ເນື່ອງໃນໂອກາດກອງປະຊຸມຂັ້ນສູງ ອາຊຽນ - ລັດເຊຍ, ວັນທີ 20/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽງຫຼົງ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Tun Rajak.
ທີ່ການພົບປະກັບນາຍົກລັດຖະມົນຕີ ສິງກະໂປ, 2 ຝ່າຍມີຄວາມເພິ່ງພໍໃຈຕໍ່ການພັດທະນາອັນດີງາມຂອງການພົວພັນຍຸດທະສາດ ຫວຽດນາມ - ສິງກະໂປ, ປີ 2015 ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໄດ້ຮັບການຮັກສາ, ວົງເງິນການຄ້າ 2 ສົ້ນເພີ່ມຂຶ້ນ 10%, ບັນລຸ 16 ຕື້ USD…
ໃນການພົບປະກັບ ນາຍົກລັດຖະມົນຕີ ມາເລເຊຍ, 2 ຝ່າຍເຫັນດີເປັນເອກະສັນປະຕິບັດສຳເລັດ ແລະ ເຊັນບັນດາສັນຍາໜູນຊ່ວຍດ້ານຍຸດຕິທຳໂດຍໄວ.
ກ່ອນໜ້ານັ້ນ, ຕອນຄຳ່ວັນທີ 19/5, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ. ນາຍົກລັດຖະມົນຕີ 2 ທ່ານເຫັນດີເປັນເອກະພາບສົມທົບກັນຊີ້ນຳຜັນຂະຫຍາຍບັນດາເນື້ອໃນ ແລະ ຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມຄະນະລັດຖະບານປະສົມ ຫວຽດນາມ - ໄທ ຄັ້ງທີ 3 ແລະ ໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະ 2014 – 2018 ຢ່າງມີປະສິດທິຜົນ.