ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າ ແຂວງລອງອານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າ ແຂວງລອງອານ - ảnh 1
ທ່ານ​ນາຍ​ົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 17/10 ຢູ່​ແຂວງ ລອງ​ອານ, ທ່ານ​ນາຍ​ົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ​ເປັນ​ປະທານ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​​ເຂົ້າແຂວງ ລອງ​ອານ 2016 ດ້ວຍ​ຫົວ​ຂໍ້: ການ​ຮ່ວມ​ມື - ພັດທະນາ​ແບບ​ຍືນຍົງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ​ເພື່ອ​ສືບ​ຕໍ່​ດຶງ​ດູດ​ການ​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຂວງ ລອງ​ອານ​ຕ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ອຳ​ນາດ​ການ​ປົກຄອງ​ແຂວງ ລອງ​ອານ ຕ້ອງ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ ​ແຕ່​ຕ້ອງ​ມີ​ຄວາມ​ໂປ່ງ​ໃສສັດ​ຊື່​ບໍລິ​ສຸດ, ຮັບ​ໃຊ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ. ຖື​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ເປັນ​ໄມ້​ຫຼາ​ວັດ​ແທກ​ວຽກ​ງານ​ຢ່າງ​ມີ​ປະສິດທິ​ຜົນ. ບົນ​ຈິດ​ໃຈ​ນັ້ນ ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ:

        “​ແຂວງ​ຕ້ອງ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ຍູ້​ແຮງ​ການ​ເຈລະຈາ​ກັບ​ວິ​ສາ​ຫະກິດ ປະຕິບັດ​​ການສ້າງ​ລັດຖະບານ​ໃຫ້​ເປັນ​ລັດຖະບານ​ກໍ່ສ້າງ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ເຂົ້າ​ມາ​ລົງທຶນ. ດ້ວຍ​ເຫດ​ນັ້ນ ຕ້ອງ​ເພີ່ມ​ທະວີ​ການ​ເຈລະຈາ​ນະ​ໂຍບາຍ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ​ແລະ ຂໍ້​ຕິດ​ຂັດ​ໃຫ້​ນັ​ກລົງທຶນ.

        ​ແຂວງ ລອງ​ອານ ​ແມ່ນ​ຈຸດ​ພົ້ນ​ເດັ່​ນ​ໃນ​ການດຶງ​ດູດ​ການ​ລົງທຶນ ​ເມື່ອ​ຢືນ​ອັນ​ດັບ​ໜຶ່ງ​​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ​ເປັນອັນ​ດັບ​ທີ 13 ຂອງ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງທຶນ. ​ແຂວງ​ມີ​ທ່າ​ແຮງ​ຫລາຍ​ຢ່າງ​ຄື: ​ແມ່ນນອນ​ໃນລະຫວ່າງກາງ 2 ​ເຂດ​ເສດຖະກິດ​ໃຫຍ່​ຂອງ​ປະ​ເທດ ນັ້ນ​ແມ່ນ​ເຂດ​ກະ​ສິກຳ​ໃຫຍ່​ຂອງ​​ເຂດທົ່ງພຽງ​ແມ່​ນ້ຳຂອງ ​ແລະ ​ເຂດ​ອຸດສາຫະກ​ຳ​ໃຫຍ່​ຂອງ​ບັນດາ​ແຂວງ​ຄື: ບີ​ງ​ເຢືອງ, ນະຄອນ​ໂຮ່ຈີ​ມິນ…

 

 

 


ຂ່າວ/ບົດ​ອື່ນ