ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຫຼຽນໄຊມິດຕະພາບ
ໃຫ້ທ່ານນາງຮອງປະທານທະນາຄານໂລກ
(ພາບ: VGP/ກວາງຮຽວ)
(vovworld) – ຕອນບ່າຍວັນທີ 25/07, ຢູ່ສຳນັກງານທະນາຄານແຫ່ງລັດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມພິທີມອບຫຼຽນໄຊມິດຕະພາບໃຫ້ທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກພາກພື້ນ ອາຊີຕາເວັນອອກ - ປາຊີຟິກ (ອະດີດຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ) ແລະ ເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືບາງສະບັບລະຫວ່າງທະນາຄານໂລກ ແລະ ທະນາຄານແຫ່ງລັດ ຫວຽດນາມ ໃນບັນດາຂົງເຂດຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ປົກປັກຮັກສາສະພາບແວດລ້ອມ ແລະ ພັດທະນາແບບຍືນຍົງ. ຕາມຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ທ່ານ ເລມີງຮຸງ ແລ້ວ, ທ່ານນາງ Victoria Kwakwa ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເປັນຂົວຕໍ່ໃນເລື່ອງສະໜອງບັນດາການໜູນຊ່ວຍອັນລ້ຳຄ່າ, ແທດຈິງ ແລະ ທັນການຂອງທະນາຄານໂລກກ່ຽວກັບການໃຫ້ຄຳປຶກສາດ້ານນະໂຍບາຍ, ທຶນ, ໜູນຊ່ວຍດ້ານເຕັກນິກ, ປະກອບສ່ວນຊ່ວຍ ຫວຽດນາມ ແກ້ໄຂບັນດາຄວາມຫຍຸ້ງຍາກສິ່ງທ້າທາຍໃນແຕ່ລະໄລຍະ ເພື່ອຮັບປະກັນຄວາມມີສະຖຽນລະພາບ ແລະ ພັດທະນາ. ດ້ວຍບັນດາຄວາມມານະພະຍາຍາມໃນອາຍຸການປະຕິບັດງານຂອງຕົນຢ່າງບໍ່ຢຸດຢັ້ງນັ້ນ ທ່ານນາງ Victoria Kwakwa ໄດ້ປະກອບສ່ວນສຳຄັນໃນການຍົກສູງສາຍພົວພັນລະຫວ່າງ ຫວຽດນາມ - ທະນາຄານໂລກ ຈາກການພົວພັນຮ່ວມມືກາຍເປັນການພົວພັນຄູ່ຮ່ວມມື, ສ້າງພື້ນຖານໃຫ້ການເຕີບໃຫຍ່ເຂັ້ມແຂງຂອງການພົວພັນຄູ່ຮ່ວມມືລະຫວ່າງ 2 ຝ່າຍຄືປະຈຸບັນ.
ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ, ຜູ້ວ່າການ ເລມີງຮືງ ແລະ ທ່ານນາງ Victoria Kwakwa ໄດ້ລົງນາມໃນສັນຍາຂອງ 3 ໂຄງການເຊິ່ງມີມູນຄ່າກ່ວາ 370 ລ້ານ USD.