ນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບນາຍົກລັດຖະມົນຕີເຢຍລະມັນ

(VOVWORLD) -ຕອນຄ່ຳວັນທີ 06 ກໍລະກົດ, ຢູ່ Hamburg, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ມີການເຈລະຈາກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel.

ນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບນາຍົກລັດຖະມົນຕີເຢຍລະມັນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ

ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel

(ພາບ: TTXVN)

ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີສືບຕໍ່ຮັກສາບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນທີ່ພວມມີຢູ່ແລ້ວຄື ກຸ່ມບໍລິຫານຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ, ການເຈລະຈາລັດແຫ່ງອຳນາດນິຕິບັນຍັດ ແລະ ໜ່ວຍປະຕິບັດງານໃນບັນດາຂົງເຂດເສດຖະກິດ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ ເພື່ອແນໃສ່ຜັນຂະຫຍາຍແຜນການ ການເຄື່ອນໄຫວຍຸດທະສາດຫວຽດນາມ - ເຢຍລະມັນ ໃຫ້ແທດຈິງ,  ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ຝ່າຍເຢຍລະມັນ ໃຫ້ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນຫວຽດນາມ ພັດທະນາການພົວພັນກັບອີຢູ, ກໍ່ຄືຊຸກຍູ້ການເຊັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ ໂດຍໄວ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ທ່ານນາງນາຍົກລັດຖະມົນຕີ Angela Merkel ສົ່ງເສີມບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເພີ່ມທະວີການລົງທຶນເຂົ້າຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຢືນຢັນ, ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ໂຄງການ ຊາຍຄາເຢຍລະມັນ ຢູ່ນະຄອນໂຮ່ຈິມິນ ນຳເຂົ້າເຄື່ອນໄຫວໃນໄຕມາດທີ 3 ປີ 2017; ພ້ອມແລ້ວທີ່ຈະເຈລະຈາກັບຝ່າຍເຢຍລະມັນ ເພື່ອແກ້ໄຂບັນດາສິ່ງກີດຂວາງຂອງບັນດານັກລົງທຶນເຢຍລະມັນ ຢູ່ຫວຽດນາມ.

        ນອກນັ້ນ, 2 ຝ່າຍ ກໍໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ; ການຮ່ວມມື ກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບອີກດ້ວຍ.

        ແລະກໍ່ໃນຕອນບ່າຍວັນທີ 06 ກໍລະກົດ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ພະລັງງານສະຫະພັນເຢຍລະມັນ Brigitte Zypries. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ເຢຍລະມັນ ສືບຕໍ່ເອົາໃຈໃສ່ໜູນຊ່ວຍຫວຽດນາມ ປະຕິບັດບັນດາໂຄງການການສອນວິຊາຊີບ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂສິ່ງເສດເຫຼືອ.

ຕອບກັບ

ຂ່າວ/ບົດ​ອື່ນ