ນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງດົ່ງນາຍ
ກອງປະຊຸມໃຫຍ່ອົງຄະນະພັກແຂວງ ດົ່ງນາຍ ຄັ້ງທີ 10
(ພາບ: VGP)
(vovworld) - ອົງຄະນະພັກແຂວງດົ່ງນາຍ ມານະພະຍາຍາມສູ້ຊົນ ດ້ວຍເຈດຈຳນົງ ແລະ ຄວາມຕັດສິນໃຈສູງສຸດເພື່ອພັດທະນາຢ່າງໄວ ແລະ ໝັ້ນຄົງ, ກໍ່ສ້າງດົ່ງຍາຍ ໃຫ້ກາຍເປັນແຂວງອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານໃນປີ 2020. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ເນັ້ນໜັກຄືດັ່ງກ່າວທີ່ກອງປະຊຸມໃຫຍ່ອົງຄະນະພັກແຂວງ ດົ່ງນາຍ ຄັ້ງທີ 10 (ອາຍຸການ 2015-2020): ເຊິ່ງໄຂຂຶ້ນໃນຕອນເຊົ້າວັນທີ 29/9 ຢູ່ນະຄອນ ບຽນຮ່ວາ, ແຂວງດົ່ງນາຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ສະເໜີແຂວງດົ່ງນາຍ ສືບຕໍ່ປະຕິບັດການສ້າງໂຄງປະກອບເສດຖະກິດຕິດພັນກັບການຫັນປ່ຽນຮູບແບບເຕີບໂຕຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ, ຍູ້ແຮງການດຶງດູດເງິນລົງທຶນເຂົ້າຂະແໜງການ ແລະ ຂົງເຂດຕ່າງໆທີ່ມີທ່າສະດວກ, ບັນດາໂຄງການ, ຜະລິດຕະພັນທີ່ໃຊ້ເຕັກໂນໂລຢີສູງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໃສ່ໃຈແຂວງດົ່ງນາຍ ສົມທົບກັບບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາໂຄງການຈຸດສຸມໃຫ້ຖືກກັບຄວາມຄືບໜ້າ, ຮັບປະກັນຄຸນນະພາບ; ພັດທະນາເສດຖະກິດ ສົມທົບກັບການພັດທະນາວັດທະນະທຳຢ່າງແໜ້ນແຟ້ນ, ສູ້ຊົນນຳແຂວງດົ່ງນາຍ ກາຍເປັນໃຈກາງບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີອິດທິພົນຊື່ສຽງຂອງເຂດຕາເວັນອອກພາກໃຕ້. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ:
“ດົ່ງນາຍ ດ້ວຍທີ່ຕັ້ງ, ຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຜົນງານທີ່ບັນລຸໄດ້, ແຂວງຄວນມານະພະຍາຍາມສູ້ຊົນດ້ວຍເຈດຈຳນົງ ແລະ ຄວາມຕັດສິນໃຈສູງສຸດເພື່ອພັດທະນາຢ່າງໄວ, ໝັ້ນຄົງ, ກໍ່ສ້າງດົ່ງນາຍ ໃຫ້ກາຍເປັນແຂວງອຸດສາຫະກຳຕາມທິດທັນສະໄໝໃນປີ 2020 ໂດຍພື້ນຖານ. “