ທ່ານ ນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ
ທ່ານ ປະທານສະພາສູງ ຍີ່ປຸ່ນ Yamazaki Masaaki
(ພາບ: nguyentandung.org)
(vovworld) – ຕອນທ່ຽງວັນທີ 08/12, ທີ່ການຕ້ອນຮັບທ່ານປະທານສະພາສູງ ຍີ່ປຸ່ນ Yamazaki Masaaki ທີ່ພວມຢ້ຽມຢາມ ຫວຽດນາມ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຫວັງວ່າ: ສະພາສູງ, ສະພາຕ່ຳ ຍີ່ປຸ່ນ ສົ່ງເສີມການເຄື່ອນໄຫວຮ່ວມມືກັບສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ຢ່າງແໜ້ນແຟ້ນກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຢືນຢັນວ່າ: ລັດຖະບານ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນ ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຍີ່ປຸ່ນ ກັບສະພາແຫ່ງຊາດ ຫວຽດນາມ. ບົນພື້ນຖານນັ້ນ, ສະພາແຫ່ງຊາດ 2 ປະເທດຈະສືບຕໍ່ສະໜັບສະໜູນ, ເພີ່ມທະວີການສົມທົບກັນ ແລະ ຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ 2 ປະເທດໃນທຸກຂົງເຂດເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ, ເພື່ອສັນຕິພາບ ແລະ ການພັດທະນາ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ປາດຖະໜາວ່າ 2 ປະເທດຈະເພີ່ມທະວີການສົມທົບກັນໃນຂົງເຂດຕ່າງໆກ່ວາອີກ ຄື: ການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສະໜັບສະໜູນບັນດາທັດສະນະເຊິ່ງກັນ ແລະ ກັນບົນເວທີປາໄສສາກົນ; ຊຸກຍູ້ບັນດາໂຄງການຮ່ວມມືໃນຂົງເຂດຕ່າງໆໂດຍໄວຄື: ກະສິກຳ, ການສຶກສາ, ການຄ້າ ແລະ ການລົງທຶນ. ຫວຽດນາມ ຫວັງວ່າ: ສະພາແຫ່ງຊາດ, ລັດຖະບານ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍທຶນ ODA ໃນລະດັບສູງໃຫ້ ຫວຽດນາມ ເພື່ອພັດທະນາພື້ນຖານໂຄງລ່າງ; ເປີດກ້ວາງເປົ້າໝາຍພະຍາບານ, ນັກສຶກສາ ຫວຽດນາມ ດຳລົງຊີວິດ, ອອກແຮງງານຢູ່ ຍີ່ປຸ່ນ ເປັນຂົວຕໍ່ໃຫ້ແກ່ການຮັກສາ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ປາດຖະໜາວ່າທ່ານ ປະທານສະພາສູງ ຍີ່ປຸ່ນ ມີທັດສະນະ ແລະ ການກະທຳລະອຽດໃນການຊຸກຍູ້ໂຄງການມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນໂດຍໄວ ເພື່ອ ສາມາດຮັບສະໝັກນັກສຶກສາ, ແລະເລີ່ມເຄື່ອນໄຫວແຕ່ປີ 2016.
ຢືນຢັນທັດສະນະ, ຫລັກໝັ້ນຂອງ ຫວຽດນາມ ກ່ຽວກັບສະພາບທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຊີ້ແຈ້ງວ່າ: ເລື່ອງຮັບປະກັນສັນຕິພາບ, ຄວາມສະຫງົບ, ຄວາມປອດໄພບົນທະເລຕາເວັນອອກແມ່ນມີຄວາມໝາຍສຳຄັນທີ່ສຸດບໍ່ພຽງແຕ່ສຳລັບບັນດາປະເທດໃນພາກພື້ນເທົ່ານັ້ນ, ຫາກສຳລັບປະຊາຄົມສາກົນອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຕື້ອງຄືນທັດສະນະຂອງຫວຽດນາມກ່ຽວກັບການແກ້ໄຂບັນດາບັນຫາບົນທະເລດ້ວຍສັນຕິວິທີ ບົນພື້ນຖານເຄົາລົບສົນທິສັນຍາສາກົນກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ຢູ່ໃນໂລກ.
ສ່ວນທ່ານປະທານສະພາສູງ ຍີ່ປຸ່ນ Yamazaki Masaaki ກໍ່ຢືນຢັນຈະສືບຕໍ່ສະໜັບສະໜູນ, ແລະ ປະກອບສ່ວນຫຼາຍກວ່າອີກ ເພື່ອໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແຮງ, ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ.