ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີຣົບປະຈຳຫວຽດນາມ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີຣົບປະຈຳຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ
​ຕ້ອນຮັບ​ທ່ານ Bruno Angelet
(ພາບ: VGP/ NhatBac)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 24/11/2015, ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Bruno Angelet ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ຕາງ​ໜ້າ​ສະຫະພາບ ​ເອີຣົບ (ອີ​ຢູ) ປະຈຳ ຫວຽດນາມ. ຊົມ​ເຊີຍ​ທ່ານ Bruno Angelet ​ໄດ້​ຮັບ​ຄວາມໄວ້​ວາງ​ໃຈ​​ແຕ່ງ​ຕັ້ງເປັນ​ເອກ​ອັກຄະລັດຖະທູດ ອີ​ຢູ ພາຍຫລັງ​ສິ້ນ​ສຸດ​ອາຍຸ​ການ​​ເປັນເອກ​ອັກຄະ​ລັດຖະທູດ ລາຊະ​ອານາຈັກ ​ແບນ​ຊິກ ປະຈຳ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ ຫວຽດນາມ - ສະຫະພັນ ​ເອີຣົບ ພວມ​ພັດທະນາ​ອັນ​ດີງາມ​ທີ່​ສຸດ ​ແລະ 2 ຝ່າຍ​ຫາ​ກໍ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA). ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ທີ່​ສຸດ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ ອີ​ຢູ ​ເພີ່ມ​ທະວີ​ການ​ພົວພັນ​ກັບ ອີ​ຢູ ຢ່າງ​​ແຂງ​ແຮງ ​ແລະ ຮອບດ້ານ​ກ່ວາ​ອີກ. ສ່ວນ​ທ່ານ Bruno Angelet ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຂອງ ອີ​ຢູ ​ໃນ ອາ​ຊຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຖື​ວ່າ: ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ​ ຈະ​ບໍ່​ພຽງ​ແຕ່​ຢຸດຢູ່​​ໃນດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ເທົ່າ​ນັ້ນ ຫາກ​ຍັງ​​ເປີດ​ກ້ວາງ​ສູ່​ການ​ຮ່ວມ​ມືດ້ານ​ການ​ເມືອງ, ການ​ທູດ, ການ​ປ້ອງ​ກັນຄວາມ​ສະຫງົບ ຊຶ່ງ​ແມ່ນ - ບັນດາ​ປັດ​ໃຈ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ.

 

ຂ່າວ/ບົດ​ອື່ນ