ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ
(ພາບ: VGP/Nhật Bắc)
(vovworld) – ເນື່ອງໃນໂອກາດ 45 ປີແຫ່ງວັນປະທານ ໂຮ່ຈີມິນ ເຖິງແກ່ມໍລະນະກຳ (2/9/1969 – 2/9/2014), ກໍ່ແມ່ນ 45 ປີແຫ່ງວັນປະຕິບັດພິໄນກຳຂອງເພິ່ນ, ຕອນເຊົ້າວັນທີ 16/8, ທ່ານາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ໄປຖະຫວາຍທູບທຽນຢູ່ເຮືອນເລກທີ 67, ຂຶ້ນກັບເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ, ໃນບໍລິເວນສຳນັກງານປະທານປະເທດ.
ພາຍຫຼັງພິທີຖະຫວາຍທູບທຽນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ຢື້ຢາມຖາມຂ່າວພະນັກງານ, ພາລະກອນເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ພະນັກງານ, ພາລະກອນເຂດປູຊະນີຍະສະຖານສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນການຮັກສາ, ປົກປັກຮັກສາບັນດາວັດຖຸພັນທີ່ຕິດພັນກັບຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ໄວ້ໃຫ້ລຸ້ນຫຼັງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ປາດຖະໜາວ່າ: ພະນັກງານ, ພາລະກອນເຂດປູຊະນີຍະສະຖານສືບຕໍ່ປະຕິບັດວຽກງານແນະນຳເຖິງປະຊາຊົນທົ່ວປະເທດ ແລະ ເພື່ອນມິດ, ແຂກທ່ອງທ່ຽວສາກົນກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ.