ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບກັບປະທານສະພາສູງເຊັກໂກ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບກັບປະທານສະພາສູງເຊັກໂກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ
ແລະ ທ່ານ​ປະທານ​ສະພາ​ສູງ Milan Stech
(ພາບ: TTXVN)

(vovworld) ​ ​ ຕອນ​ບ່າຍ​ວັນ​ທີ 17/11 ທີ່​ການ​ພົບ​ປະ​​ຢູ່​ສຳນັກງານລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ ສ.​ເຊັກ​ໂກ ມານະ​ພະຍາຍາມ​ນຳ​ການ​ພົວພັນ 2 ປະ​ເທດ​ພັດທະນາ​ໃນ​ທຸກ​ຂົງ​ເຂດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​​ໃຫ້ 2 ປະ​ເທດ​ຢ່າງ​ແທດ​ຈິງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ສະ​ເໜີ 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ແຮງ​ກ່ວາ​ອີກ ​ໃນບັນດາ​ຂົງ​ເຂດ ພິ​ເສດ​ແມ່ນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ; ​ເປີດ​ກ້ວາງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ພະລັງງານ, ກະສິກຳ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະ​ຫງົບ. ທ່ານ​ປະທານ​ສະພາ​ສູງ Milan Stech ​ໃຫ້​ຮູ້​ວ່າ: ​ເຊັກ​ໂກ ມີ​ປະຊາ​ຄົມ​ຊາວ ຫວຽດນາມ ​ ທີ່​ໃຫຍ່​ຫລວງພວມຮ່ຳຮຽນ, ດຳລົງ​ຊີວິດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ. ທ່ານ Milan Stech ຢືນຢັນ​ວ່າ: ​ເຊັກ​ໂກ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ຊຸກຍູ້, ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ພ້ອມ​ກັນ​ນັ້ນ, ​ເຊັກ​ໂກ ກໍ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ຄົ້ນຄວ້າ ​ແລະ ພັດທະນາ, ພ້ອມ​ກັນ​ນັ້ນ ປາດ​ຖະໜາ​ວ່າ 2 ຝ່າຍ​ກໍ່ສ້າງ ​ແລະ ລົງ​ນາມ​ບາງ​ສັນຍາ ​ເພື່​ອ​ແນ​ໃສ່​ສ້າງ​ຂອບ​ເຂດ​ນິຕິ​ກຳ​ໃຫ້ການຮ່ວມ​ມື 2 ຝ່າຍ.

 

ຂ່າວ/ບົດ​ອື່ນ