ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນShinzo Abe

ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນShinzo Abe - ảnh 1
​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢຸງ
​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີຍ​ີ່​ປຸ່ນShinzo Abe
(ພາບ: TTXVN)

(vovworld) – ຢູ່ນອກກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນ​ຄັ້ງ​ທີ 27 ແລະ ບັນ​ດາ​ກອງ​ປ​ະ​ຊຸມ​ທີ່​ກ່ຽວ​ຂ້ອງ ຢ​ູ່​ກົວ​ລ​າ​ລ​ຳ​ເປີ, ປະ​ເທດ​ມາ​ເລ​ເຊຍ, ຕອນ​ຄໍ່​າ​ວັນ​ທີ 21/11, ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢຸງ ໄດ້​ມີກ​ານ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe. ທີ່​ການ​ພົບ​ປະ, ນາ​ຍົກ​ລັດ​ຖະ​ມົນ​ຕ​ີ 2 ທ່ານ​ໄດ້ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕໍ່​ການ​ຕີ​ລາ​ຄາ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດ​ລະ​ຫວ່າງ 2 ປະ​ເທດ ​ທີ່ໄດ້​ຮັບ​ການ​ພັດ​ທະ​ນາ​ຂຶ້ນ​ສູ່ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ແລກ​ປ່ຽນ​​ຄວາມ​ເຫັນກ່ຽວ​ກັບ​ທິດ​ທາງ​ໃຫຍ່ ແລະ ມາດ​ຕະ​ການ​ລະ​ອ​ຽດ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ 2 ປະ​ເທດ; ເຫັນ​ດີ​ຜັນ​​ຂະ​ຫຍາຍ​ຍຸດ​ທະ​ສາ​ດ​ຫັນ​​ຫວຽດ​ນາມ ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ ໃນ​ຂອ​ບ​ເຂດ​ການ​ຮ່ວມ​ມືລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ໂຄງ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ - ຍ​ີ່​ປຸ່ນ ໃຫ້​ກ້າວ​ເຂົ້າ​ສ​ູ່​ການ​ຜັນ​ຂະ​ຫຍາຍ​ໃນ 2016 ໂດຍ​ໄວ… ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ແຈ້ງ​ໃຫ້​ຊາບ​ວ່າ ​ຍີ່​ປຸ່ນຕົກ​ລົງ​​ສືບ​ຕໍ່ອຸ​ປະ​ຖ​ຳ ODA ທີ່​ມີ​ມູນ​ຄ່​າ 1,4 ຕື້ USD ໃຫ້ 3 ໂຄງ​ການ​ແມ່ນ: ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄ​ຟ​ຟ້​າ​ໃນ​ຕົວ​ເມືອງ​ນະ​ຄອນ​ໂຮ່​ຈ​ິ​ມິນ, ໂຮງ​ງານ​ໄຟ​ຟ້າ​​ພະລັງຄວາມ​ຮ້ອນ​ທ້າຍ​ບິ່ງ, ໂຄງ​ການ​​ປັບ​ປຸງ​ສິ່ງ​ແວດ​ລ້ອມນ້ຳ​ນະ​ຄອນ​ໂຮ່​ຈິ​ມິນ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ເຫັນ​ດີ​ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດກອງ​ທຶນ​ສິນ​ເຊື່ອ 110 ຕື້ USD ກ່ຽວ​ກັບ​ການ​ຮ່ວ​ມ​ມື​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢູ່​ອາ​ຊ​ີ. 2 ຝ່າຍ​ເຫັນ​ດີ​​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແ​ຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສາ​ກົນ, ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ ແລະ ຜັນ​ຂ​ະ​ຫຍາຍ TPP, ​ການເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖ​ະ​ກິດ​ຮອບດ​້ານ​ຢູ່​ພາກ​ພື້​ນ (RCEP)… 2 ຝ່າຍ​ກໍ​່ແລກ​ປ່ຽນ​ກ່ຽວກ​ັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາ​ກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​, ເນັ້ນ​ໜັກ​ເຖິງ​​ຄວາມ​ສຳ​ຄັນ​ຂອງການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ເສ​ລີ, ຄວາມ​ສະ​ຫງົບ​ປອດ​ໄພ​​ໃນ​ການ​ເດີນ​​ທະ​ເລ ແລະ ການ​ບິນ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ ແລະ ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ ແລະ ມີ​ປະ​ສິດ​ທິ​ຜົນ, ບັນ​ລຸ​ປະ​ມວນ​ຂໍ​້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ, ​ບໍ່​ນຳ​ໃຊ້​ກຳ​ລັງ​ທະ​ຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ