ນາຍົກລັດຖະມົນຕີຫງວຽນເຕີນຢູ້ງອອກເດີນທາງຢ້ຽມຢາມແລະເຮັດວຽກຢູ່ເອີລົບ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 12/10, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ນຳໜ້າຄະນະຜູ້ແທນ ຫວຽດນາມ ໄດ້ອອກເດີນທາງຢ້ຽມຢາມ ລາຊະອານາຈັກແບນຊິກ, ສະຫະພາບເອີລົບ (EU), ສະຫະພັນ ເຢຍລະມັນ (ແຕ່ວັນທີ 13 – 15/10), ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີ - ເອີລົບ ຄັ້ງທີ 10 (ASEM 10) ຢູ່ ມີລານ, ປະເທດ ອີຕາລີ (ແຕ່ວັນທີ 16 – 17/10) ແລະ ຢ້ຽມຢາມສຳນັກ ວານຕີກັງ (ວັນທີ 18/10/2014).
ການຢ້ຽມຢາມຢ່າງເປັນທາງການລາຊະອານາຈັກ ແບນຊິກ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍລະຫວ່າງ 2 ປະເທດໃນບັນດາຂົງເຂດ, ພິເສດແມ່ນການຮ່ວມມືໃນຂົງເຂດທ່າກຳປັ່ນ, ການບໍລິການ, ການເຕີບໂຕຂຽວ, ເຕັກໂນໂລຢີສູງ, ອຸປະຖຳພັດທະນາ, ພ້ອມທັງ 2 ຝ່າຍກໍ່ຈະແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຕ່າງຝ່າຍຕ່າງມີຄວາມສົນໃຈ. ການຢ້ຽມຢາມ EU ຂອງ ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເພື່ອແນໃສ່ແລກປ່ຽນທິດທາງຮ່ວມມື ຫວຽດນາມ - ອີຢູ ໃນໄລຍະຈະມາເຖິງ, ຊຸກຍູ້ໃຫ້ສຳເລັດການເຈລະຈາສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ແລະ ປຶກສາຫາລືກ່ຽວກັບການເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄື ສປຊ, ASEM, ASEAN – EU. ສຳລັບ ເຢຍລະມັນ, ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະຜັນຂະຫຍາຍແຜນການເຄື່ອນໄຫວຍຸດທະສາດ ຫວຽດນາມ - ເຢຍລະມັນ, ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ ໃນບັນດາຂົງເຂດ. ພິເສດແມ່ນກະກຽມໃຫ້ການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນໃນປີ 2015 ແລະ ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຕ່າງຝ່າຍມີຄວາມສົນໃຈ. ເຂົ້າຮ່ວມກອງປະຊຸມຂັ້ນສູງ ອີຊີ - ເອີລົບ ຄັ້ງທີ 10 ຢູ່ ມີລານ, ອີຕາລີ, ຫວຽດນາມ ຈະສືບຕໍ່ເປັນເຈົ້າການປະກອບສ່ວນເຂົ້າໃນບັນດາເນື້ອໃນສຳຄັນຂອງກອງປະຊຸມ, ສົມທົບກັນໃນບັນດາບັນຫາພັດທະນາ, ປ້ອງກັນຄວາມສະຫງົບ… ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢ້ຽມຢາມສຳນັກ ວານຕີວັງ ຕາມຄຳເຊື້ອເຊີນຂອງ ອົງສັນທະປະປາ Franci ໃນວັນທີ 18/10 ຈະມາເຖິງເພື່ອແນໃສ່ສືບຕໍຊຸກຍູ້ການພົວພັນ ຫວຽດນາມ - ວານຕີວັງຍິ່ງກ່ວາອີກ.