ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເປັນປະທານກອງປະຊຸມ
(ພາບ:vtc.vn)
(vovworld) – ວັນທີ 14/7, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເປັນປະທານກອງປະຊຸມກ່ຽວກັບສະພາບການຈັດຕັ້ງຜັນຂະຫຍາຍປະຕິບັດສະຫລຸບ 5 ປີແຫ່ງການປະຕິບັດມະຕິສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 6 ຊຸດທີ 10 ກ່ຽວກັບການສືບຕໍ່ປະຕິບັດສຳເລັດລະບອບເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ. ໂດຍປະຕິບັດໂຄງການເຮັດວຽກທັງອາຍຸການຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ແລະ ໂຄງການເຮັດວຽກຂອງກົມການເມືອງ, ຄະນະເລຂາສູນກາງປີ 2014, ກົມການເມືອງໄດ້ມອບໝາຍໃຫ້ຄະນະເສດຖະກິດສູນກາງເປັນປະທານ ແລະ ມອບສິດໃຫ້ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຊີ້ນຳສະຫລຸບ 5 ປີແຫ່ງການປະຕິບັດມະຕິດັ່ງກ່າວ.
ເມື່ອສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢືນຢັນເລື່ອງສະຫລຸບ 5 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 6 ຊຸດທີ 10 ກ່ຽວກັບການສືບຕໍ່ສ້າງສຳເລັດລະບອບເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມແມ່ນບັນຫາໃຫຍ່ຫຼວງທີ່ສຸດ, ມີຄວາມໝາຍຕັດສິນຊີ້ຂາດສຳລັບການພັດທະນາຂອງປະເທດຊາດ. ພາຍຫຼັງ 5 ປີແຫ່ງການປະຕິບັດມະຕິ, ໄດ້ສະແດງໃຫ້ເຫັນວ່າ: ມະຕິໄດ້ກ້າວເຂົ້າສູ່ຊີວິດຕົວຈິງ, ໄດ້ຮັບການຜັນຂະຫຍາຍປະຕິບັດຢູ່ທຸກຂັ້ນ, ທຸກຂະແໜງການຢ່າງຄົບຊຸດ, ເຂັ້ມງວດ, ເລິກເຊິ່ງ, ກ້ວາງຂວາງ, ຮັບຮູ້ກ່ຽວກັບເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມໄດ້ຮັບການຍົກສູງ, ລະບົບກົດໝາຍ, ກົນໄກນະໂຍບາຍກ່ຽວກັບເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມໄດ້ຮັບການປະກາດໃຊ້ຄົບຖ້ວຍພໍສົມຄວນ, ບັນດາປັດໄຈພື້ນຖານຂອງເສດຖະກິດການຕະຫຼາດໄດ້ຮັບການສ້າງຕັ້ງຂຶ້ນເທື່ອລະກ້າວ.