ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ ຕ້ອນຮັບ
ທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ
(ພາບ: TTXVN)
(vovworld)- ຕອນເຊົ້າວັນທີ 16/7, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນ ຢຸ້ງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ. ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນພິເສດເລື່ອງຮັກສາ ແລະ ພັດທະນາການພົວພັນຮ່ວມມື, ມິດຕະພາບກັບພັກ, ລັດ ແລະ ປະຊາຊົນຈີນຢ່າງໝັ້ນຄົງ, ຖືນີ້ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ ສະເໜີວ່າ: 2 ປະເທດຄວນເພີ່ມທະວີການຮ່ວມມືມິດຕະພາບ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ພ້ອມກັນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອສຸມໃສ່ຮ່ວມມືພັດທະນາ.
ສ່ວນທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ຢືນຢັນວ່າ: ຍາມໃດຈີນ ກໍຖືເປັນສຳຄັນເລື່ອງຊຸກຍູ້ການຮ່ວມມືກັບຫວຽດນາມ ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຫວຽດນາມ ນຳການພົວພັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. 2 ຝ່າຍກໍເຫັນດີເປັນເອກະສັນຕໍ່ເລື່ອງ 2 ປະເທດເພີ່ມທະວີການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ.
ກ່ຽວກັບບັນຫາບົນທະເລ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ ສະເໜີ 2 ຝ່າຍປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມສຳຄັນຂອງການນຳຂັ້ນສູງ 2 ພັກ, 2 ລັດ ກ່ຽວກັບເລື່ອງຄວບຄຸມຄວາມບໍ່ລົງລອຍກັນບົນທະເລ ເປັນຢ່າງດີ, ບໍ່ມີການກະທຳໃດໆເຮັດໃຫ້ສະພາບບົນທະເລສັບສົນ ແລະ ການຂັດແຍ້ງກັນເພີ່ມຂຶ້ນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.