ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານຮອງເຈົ້າຄອງນະຄອນ Daegu ແຫ່ງ ສ.ເກົາຫຼີ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ ກິມຢົງອິນ ຮອງເຈົ້າຄອງນະຄອນ Daegu ແຫ່ງ ສ.ເກົາຫຼີ |
(vovworld)- ຕອນບ່າຍວັນທີ 12/10, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ກິມຢົງອິນ ຮອງເຈົ້າຄອງນະຄອນ Daegu ແຫ່ງ ສ.ເກົາຫຼີ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ສ.ເກົາຫຼີສືບຕໍ່ເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າຂອງຫວຽດນາມ. ຢັນອັນດັບໜຶ່ງກ່ຽວກັບການລົງທຶນ, ທີ 2 ກ່ຽວກັບທຶນ ODA , ແຮງງານ, ທ່ອງທ່ຽວ ແລະ ທີ 3 ແມ່ນດ້ານການຄ້າ. ນີ້ແມ່ນໝາກຜົນທີ່ກຳເນີດມາຈາກຄວາມມານະພະຍາຍາມລວມຂອງລັດຖະບານ ແລະ ປະຊາຊົນ ແລະ ການປະກອບສ່ວນຂອງວິສາຫະກິດ 2 ປະເທດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຫວຽດນາມ ຍາມໃດກໍຊົມເຊີຍ ແລະ ຈະສືບຕໍ່ພະຍາຍາມປົວແປງສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂສະດວກເພື່ອໃຫ້ນັກລົງທຶນ ສ.ເກົາຫຼີມີຄວາມໝັ້ນໃນການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.