ນາຍົກລັດຖະມົນຕີອັງກິດປົກປ້ອງບັ້ນຂົນຂວາຍອັງກິດບໍ່ອອກຈາກEU
ທ່ານນາຍົກລັດຖະມົນຕີອັງກິດ David Cameron
(ພາບ: EPA/TTXVN)
(vovworld) - ທ່ານນາຍົກລັດຖະມົນຕີອັງກິດ David Cameron ຢືນຢັນບັ້ນຂົນຂວາຍອັງກິດ ບໍ່ອອກຈາກ EU ເຊິ່ງທ່ານພວມປະຕິບັດແມ່ນມີຄວາມປະເອີບໃຈ ແລະ ຕັ້ງໜ້າຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ David Cameron ໄດ້ຍົກອອກຄຳຖະແຫຼງດັ່ງກ່າວເພື່ອແນໃສ່ຕອບຄືນຄຳກ່າວປາໄສຂອງຜູ້ນຳພັກເອກະລາດອັງກິດ (UKIP) Nigel Farage ທີ່ຖືວ່າ, ອັດຕາການສະໜັບສະໜູນອັງກິດ ອອກຈາກ EU ມີການປ່ຽນແປງແມ່ນຍ້ອນມະຫາຊົນໄດ້ເບື່ອໜ່າຍກັບບັນດາຄຳກ່າວເຕືອນກ່ຽວກັບຄວາມສ່ຽງຂອງເລື່ອງປ່ອນບັດອອກຈາກ EU ໃນວັນທີ 23/06 ຈະມາເຖິງ. ທ່ານນາຍົກລັດຖະມົນຕີອັງກິດ ໄດ້ຢຳ້ຄືນທັດສະນະທີ່ວ່າ ປ່ອນບັດ ອອກຈາກ EU ໝາຍຄວາມວ່າ ເສດຖະກິດຂອງອັງກິດ ຈະຖືກຕົກເຂົ້າສະພາບບໍ່ສະດວກໃນຕະຫຼາດຫຼັກແຫຼ່ງ, ພ້ອມທັງຢືນຢັນວ່າ, ເຖິງວ່າໝາກຜົນການຢັ່ງຫາງສຽງໃນວັນທີ 23/06 ຄືແນວໃດ, ທ່ານຈະຍັງຄົງສືບຕໍ່ປະຕິບັດພາລະໜ້າທີ່ຂອງຕົນ ແລະ ສ້າງລັດຖະບານເຕົ້າໂຮມທຸກຄົນທມີຄວາເກັ່ງກ້າມາດຂອງພັກຮັກສາແນວທາງເດີມກຳອຳນາດ.