(VOVWORLD) - ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຍື່ນ ຂໍ້ຕົກລົງ Brexit ສະເໜີຕໍ່ສະພາຕ່ຳເພື່ອປ່ອນບັດຄັ້ງທີ 4 ພາຍໃນ 2 ອາທິດຈະມາເຖິງ ເພື່ອແນໃສ່ ແກ້ໄຂສະພາບຈົນຕາແຈກ່ອນທີ່ຈະດຳເນີນການເລືອກຕັ້ງລັດຖະສະພາ ເອີລົບ (EP) ໃນວັນທີ 23 ພຶດສະພາ.
ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May (ພາບ: THX/TTXVN) |
ກ່າວຄຳເຫັນທີ່ການພົບປະກັບບັນດາສະມາຊິກລັດຖະສະພາຂອງພັກນິຍົມຮັກສາເດີມຂັ້ນສູງຢູ່ນະຄອນຫຼວງ ລອນດອນ, ໃນວັນທີ 8 ພຶດສະພາ, ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຍື່ນ ຂໍ້ຕົກລົງ Brexit ສະເໜີຕໍ່ສະພາຕ່ຳເພື່ອປ່ອນບັດຄັ້ງທີ 4 ພາຍໃນ 2 ອາທິດຈະມາເຖິງ ເພື່ອແນໃສ່ ແກ້ໄຂສະພາບຈົນຕາແຈກ່ອນທີ່ຈະດຳເນີນການເລືອກຕັ້ງລັດຖະສະພາ ເອີລົບ (EP) ໃນວັນທີ 23 ພຶດສະພາ.
ໃນການພົບປະຄັ້ງນີ້, ບັນດາສະມາຊິກລັດຖະສະພາໄດ້ຮັບຄຳເຕືອນກ່ຽວກັບຜົນກະທົບຂອງການເລືອກຕັ້ງ EP ຕໍ່ພັກ ນິຍົມຮັກສາເດີມ. ທ່ານນາງ May ກໍ່ໃຫ້ຮູ້ວ່າຈະມີການພົບປະກັບຜູ້ອຳນວຍການຝ່າຍບໍລິຫານ EP ຄະນະກຳມະການ 1922 (ລວມມີ ບັນດາສາມະຊິກລັດຖະສະພາຂອງພັກນິຍົມຮັກສາເດີມທີ່ບໍ່ມີທີ່ນັ່ງໃນລັດຖະບານ) ເພື່ອປຶກສາຫາລືກ່ຽວກັບວິວັດທະນາການ Brexit ຂອງທ່ານນາງໃນໄລຍະຈະມາເຖິງ. ຕານການຕີລາຄາຂອງສື່ມວນຊົນທ້ອງຖິ່ນແລ້ວ, ຂໍ້ຕົກລົງ Brexit ຍາກທີ່ຈະຮັບການຮັບຮອງເອົາໃນການຍື່ນສະເໜີຄັ້ງນີ້.
ກ່ອນໜ້ານັ້ນ, ຂໍ້ຕົກລົງດັ່ງກ່າວຖືກປະຕິເສດຈາກສະພາຕ່ຳມາແລ້ງວ 3 ເທື່ອ, ບັງຄັບໃຫ້ທ່ານນາງ May ຕ້ອງຊອກຫາການຕົກລົງແກ້ໄຂກັບ ພັກຝ່າຍຄ້ານເພື່ອໃຫ້ໄດ້ບັດສະໜັບສະໜູນຕັ້ງຕື່ມອີກຈຳນວນໜຶ່ງ. ເຖິງຢ່າງໃດກໍ່ຕາມ, ມາຮອດປັດຈຸບັນຍັງບໍ່ມີສັນຍານໃດໆທີ່ສະແດງໃຫ້ເຫັນວ່າ ການເຈລະຈາ ລະຫວ່າງສອງ ພັກອາດຈະບັນລຸໄດ້ຂໍ້ຕົກລົງລວມ.