ທ່ານນາຍົກລັດຖະມົນຕີ ອັງກິດ David Cameron
ພາບ:tinmoi.com
|
(vovworld)- ໃນຄວາມມານະພະຍາຍາມເພື່ອດຶງດູດການສະຫນັບສະຫນູນຈາກຜູ້ມີສິດເລືອກຕັ້ງຢູ່ບັນດາແຂວງທຸກຍາກກວ່າໝູ່ຢູ່ພາກເຫນືອ ອັງກິດ, ທ່ານນາຍົກລັດຖະມົນຕີ ອັງກິດ David Cameron ໝັ້ນໝາຍຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັດແຄບຊ່ອງຫວ່າງການເຕີບໂຕລະຫວ່າງພາກເຫນືອກັບພາກໃຕ້ຂອງອັງກິດ. ກ່າວຄຳເຫັນໃນການຫາສຽງເລືອກຕັ້ງຢູ່ Yorkshire ພາກເຫນືອ ຂອງອັງກິດ ເມື່ອວັນທີ 1/5, ທ່ານ Cameron ຖະແຫລງວ່າ: ເຂດນີ້ໃກ້ຈະກ້າວເຂົ້າສູ່ໄລຍະເສດຖະກິດ “ຟົດຟື້ນທີ່ສຸດ” ນັບແຕ່ເມື່ອການປະຕິວັດອຸດສາຫະກຳ ຖ້າຫາກພັກຂອງທ່ານຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດໃນວັນທີ 7/5 ຈະມາເຖິງ. ທ່ານນາຍົກລັດຖະມົນຕີ Cameron ແລະ ລັດຖະມົນຕີ ການເງິນ ອັງກິດ George Osborne ໝັ້ນໝາຍ ກະຕຸກຊຸກຍູ້ການເຕີບໂຕຢູ່ເຂດນີ້, ໃນນັ້ນ ຕັ້ງຫນ້າໂຄສະນາແຜນການລົງທຶນພື້ນຖານໂຄງລ່າງ, ລົງທຶນເຂົ້າຂົງເຂດວິທະຍາສາດເຕັກໂນໂລຊີ ກໍຄືມອບສິດອຳນາດເສດຖະກິດໃຫ້ແກ່ປະຊາຊົມທ້ອງຖິ່ນ.