ນາຍົກລັດຖະມົນຕີອິດສຣາແອນເຊັ່ນອະນຸມັດແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກ
(ພາບປະກອບ: Reuters)
(vovworld) - ທ່ານນາຍົກລັດຖະມົນຕີອິດສຣາແອນ Benjamin Netanyahu, ວັນທີ 29/07, ໄດ້ເຊັ່ນອະນຸມັດແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກ 300 ຫຼັງໂດຍທັນທີ. ການກະທຳດັ່ງກ່າວຂອງການນຳອິດສຣາແອນ ຖືກດຳເນີນໄປໃນສະພາບ ບັນດາກຸ່ມຂ້ວາຈັດພວມມີປະຕິກິລິຍາຢ່າງຮຸ້ນແຮງກ່ຽວກັບການມ້າງທຳລາຍຕຶກອາຄານ 2 ແຫ່ງທີ່ພວມກໍ່ສ້າງຢູ່ເຂດຕັ້ງຖິ່ນຖານຄົງທີ່ Beit El ຢູ່ຝັ່ງຕາເວັນຕົກແມ່ນຳຈໍແດນ. ຕາມຖະແຫຼງການຂອງຫ້ອງວ່າການລັດຖະບານອິດສຣາແອນແລ້ວ, ພາຍຫຼັງບັນດາການທາບທາມຄວາມເຫັນ, ທ່ານນາຍົກລັດຖະມົນຕີ Netanyahu ໄດ້ເຊັ່ນອະນຸມັດແຜນການກໍ່ສ້າງດັ່ງກ່າວໂດຍທັນທີ, ພ້ອມທັງຮັບຮອງເອົາແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ອື່ນ 504 ຫຼັງ ຢູ່ເຂດ Jerusalem ຕາເວັນອອກ.