ນາຍົກລັດຖະມົນຕີອີຣັກຮຽກຮ້ອງປະຊາຄົມໂລກຮັບມືກັບໄພນາບຂູ່ISIL
ທ່ານນາຍົກລັດຖະມົນຕີ ອີຣັກ Nuri al – Maliki
(ພາບ: AFP/TTXVN)
(vovworld) – ວັນທີ 23/6, ຢູ່ການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ພວມຢູ່ຢ້ຽມຢາມ ອີຣັກ, ທ່ານນາຍົກລັດຖະມົນຕີ ອີຣັກ Nuri al – Maliki ຊີ້ແຈ້ງວ່າ: ບັ້ນຮົບບຸກໂຈມຕີຂອງທະຫານກະບົດຊາວ ຊັນນີ ຂຶ້ນກັບອົງການແຫ່ງລັດ ອິດສະລາມ ອີຣັກ ແລະ ເຂດ Levant (ISIL) ບໍ່ພຽງແຕ່ແມ່ນໄພນາບຂູ່ເຖິງຄວາມສະຫງົບຂອງ ອີຣັກ ເທົ່ານັ້ນ ຫາກຍັງແມ່ນໄພນາບຂູ່ສັນຕິພາບໃນພາກພື້ນ ແລະ ໃນໂລກອີກດ້ວຍ. ຕາມຖະແຫຼງການຈາກຫ້ອງການຂອງທ່ານ Maliki ແລ້ວ, ໃນການເຈລະຈາກັບລັດຖະມົນຕີການຕ່າງປະເທດ ອາເມລິກາ ຢູ່ ແບດແດດ, ທ່ານນາຍົກລັດຖະມົນຕີ ອີຣັກ ຮຽກຮ້ອງໃຫ້ປະຊາຄົມໂລກ, ພິເສດແມ່ນບັນດາປະເທດໃນພາກພື້ນ, ຮັບມືກັບໄພນາບຂູ່ດັ່ງກ່າວຢ່າງເຂັມງວດ. ສ່ວນທ່ານ John Kerry ໄດ້ຢ້ຳຄືນຄຳໝັ້ນສັນຍາຂອງ ອາເມລິກາ ແມ່ນປົກປ້ອງຄວາມສະຫງົບ ແລະ ເອກະລາດຂອງ ອີຣັກ, ກໍ່ຄືສະໜັບສະໜູນປະເທດນີ້ໃນບັ້ນຮົບຕ້ານກໍ່ການຮ້າຍ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ເຫັນດີເຫັນພ້ອມວ່າ ISIL ແມ່ນໄພນາບຂູ່ສຳລັບອີຣັກ ກໍ່ຄືສຳລັບພາກພື້ນ ແລະ ໂລກ.
ແລະກໍ່ໃນວັນດຽວກັນ, ໂຄສົກປ້ອງກັນຄວາມສະຫງົບຂອງທ່ານນາຍົກລັດຖະມົນຕີ Maliki ໃຫ້ຮູ້ວ່າ: ພົນທະຫານ ອີຣັກ ນັບຮ້ອຍຄົນຖືກທະຫານກະບົດເຂັ່ມຂ້າ. ໃນຂະນະນັ້ນ, ແຫຼ່ງຂ່າວສືບລາຊະການລັບຂອງ ອີຣັກ ແລະ ຈໍແດນ ໃຫ້ຮູ້ວ່າ: ບັນດາກົກເຫຼົ່າຊາວຊັນນີ ໄດ້ຢືດເອົາສິດຄວບຄຸມຢູ່ດ່ານຊາຍແດນແຫ່ງໃຫຍ່ທີ່ແຂວງ Anbar ພາກຕາເວັນຕົກ ອີຣັກ, ຕິດກັບ ຈໍແດນ. ທະຫານກະບົດກໍ່ຢືດຄອງດ່ານຊາຍແດນຕິດກັບ ຊີຣີ.