( vovworld ) - ຕອນເຊົ້າວັນທີ 4/7, ຢູ່ທີ່ສູນກອງປະຊຸມແຫ່ງຊາດມິ້ດິ່ງ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເຂົ້າຮ່ວມກອງປະຊຸມທົ່ວປະເທດແນະນຳການຜັນຂະຫຍາຍການກໍ່ສ້າງແຜນພັດທະນາເສດຖະກິດສັງຄົມປີ 2013 ແລະ ແຜນການລົງທຶນຈາກງົບປະມານແຫ່ງລັດໃນໄລຍະ 3 ປີ ( 2013 – 2015 ). ກອງປະຊຸມໄດ້ສຸມໃສ່ຕີລາຄາສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມໃນ 6 ເດືອນຕົ້ນປີ 2012 ແລະ ບັນດາໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2012 ໃຫ້ເປັນຫຼັກຖານເພື່ອສ້າງແຜນພັດທະນາເສດຖະກິດສັງຄົມໃນປີ 2013. ທີ່ກອງປະຊຸມນີ້, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆກໍ່ຈະປຶກສາຫາລືກ່ຽວກັບແຜນການມອບງົບປະມາແຫ່ງລັດ, ພັນທະບັດລັດຖະບານ ແລະ ໂຄງການຈຸດໝາຍແຫ່ງຊາດຮອດປີ 2015.