(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ສະພາກາແດງ ຫວຽດນາມ ໄດ້ດຳເນີນໃນຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່)
|
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ສະພາກາແດງ ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດຂອງພະນັກງານທຸກຂັ້ນ.
“ສະພາກາແດງ ຫວຽດນາມ ສືບຕໍ່ປັບປຸງ ແລະ ພັດທະນາອົງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ເປັນຕົ້ນແມ່ນຢູ່ຮາກຖານ, ເສີມຂະຫຍາຍບົດບາບດເປັນຂົວຕໍ່, ປະສານງານຂອງສະພາກາແດງໃນການເຄື່ອນໄຫວມະນຸດສະທຳ ປະກອບສ່ວນເຮັດໃຫ້ການເຄື່ອນໄຫວມະນຸດສະທຳໄດ້ຮັບການຄຸ້ມຄອງຢ່າງຮັດກຸມ, ໂປ່ງໃສ, ຍຸດຕິທຳ ແລະ ບັນລຸປະສິດທິຜົນສູງ. ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວຂອງສະພາກາແດງຕາມທິດອີງໃສ່ປະຊາຄົມ, ຕິດພັນກັບປະຊາຊົນ, ກຳແໜ້ນເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ ເພື່ອເຄື່ອນໄຫວຊ່ວຍເຫຼືອໂດຍກົງ, ແທດຈິງ, ໝັ້ນຄົງ ແລະ ຖືກຕາມເປົ້າໝາຍ.